(ໝາກລິ້ນຈີ່ຫວຽດນາມ)
(vovworld)- ໝາກລິ້ນຈີ່ຫວຽດນາມ ງວດທຳອິດ ຖືກສົ່ງໄປຂາຍຢູ່ຕະຫລາດ ການາດາ ໃນຕອນຄ່ຳວັນທີ 10/6. ເມື່ອຕອບສຳພາດນັກຂ່າວຂ່າວສານຫວຽດນາມ ປະຈຳ ການາດາ, ທ່ານ Rex Yu ຜູ້ຕາງຫນ້າບໍລິສັດ Manley Sales ນຳເຂົ້າໝາກລິ້ນຈີ່ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອສາມາດເຂົ້າຕະຫລາດ ການາດາ, ໝາກລິ້ນຈີ່ ຂອງຫວຽດນາມ ຕອບສະຫນອງມາດຕະຖານນຳເຂົ້າ ແລະ ບັນດາຄຳຮຽກຮ້ອງຕ້ອງການຂອງ ອົງການກວດກາອາຫານ ການາດາ. ຕາມທ່ານ Rex Yu ແລ້ວ, ໝາກລິ້ນຈີ່ ຂອງຫວຽດນາມ ແຊບຫລາຍ ແລະ ຄວາມສາມາດບົ່ມຊ້ອນໝາກລິ້ນຈີ່ຂອງຫວຽດນາມ ຢູ່ ຕະຫລາດການາດາ ແມ່ນມີແງ່ຫວັງ, ແຕ່ຄວາມຫຍຸ້ງຍາກໃນຕໍ່ຫນ້າແມ່ນລາຄາຂົນສົ່ງສູງ.