11 ປະເທດເຫັນດີກ່ຽວກັບຂໍ້ຕົກລົງ CPTPP ສະບັບປັບປຸງ

(VOVWORLD) - ວັນທີ 23 ມັງກອນ, ການາດາ ແລະ 10 ປະເທດອື່ນ, ໃນນັ້ນມີຫວຽດນາມ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບເນື້ອໃນດັດປັບຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)

11 ປະເທດເຫັນດີກ່ຽວກັບຂໍ້ຕົກລົງ CPTPP ສະບັບປັບປຸງ - ảnh 1 11 ປະເທດເຫັນດີກ່ຽວກັບຂໍ້ຕົກລົງ CPTPP ສະບັບປັບປຸງ

(ພາບປະກອບ: Kyodo)

ແລະ ຈະລົງນາມໃນຂໍ້ຕົກລົງດັ່ງກ່າວໂດຍໄວ. ບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມພາຍຫຼັງດຳເນີນກອງປະຊຸມຂັ້ນສູງເປັນເວລາ 2 ວັນ ຢູ່ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ. ຄາດວ່າ, ບັນດາຝ່າຍຈະລົງນາມໃນຂໍ້ຕົກລົງດັ່ງກ່າວຢູ່ຮອບເຈລະຈາຄັ້ງຕໍ່ໄປຢູ່ ຈີເລ ໃນເດືອນ ມີນາ ຈະມາເຖິງ.

        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີກະຊວງການຄ້າສາກົນການາດາ Francois Philippe Champagne ໄດ້ອອກແຈ້ງການໂດຍໃຫ້ຮູ້ວ່າ, 11 ປະເທດບັນລຸໄດ້ຄວາມເຫັນດີສຳຄັນກ່ຽວກັບ 2 ເນື້ອໃນດັດປັບໃນ CPTPP ກ່ຽວຂ້ອງເຖິງວັດທະນະທຳ, ລົດໂອໂຕ ແລະ ຍົກເລີກບາງມາດຕາກ່ຽວກັບການປົກປ້ອງສິດຊັບສິນທາງປັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ