12 ປະເທດສະມາຊິກປະກາດເອກະສານສັນຍາ TPP

12 ປະເທດສະມາຊິກປະກາດເອກະສານສັນຍາ TPP - ảnh 1

(ພາບ: ອິນເຕີແນດ)

(vovworld) - ຕອນ​ບ່າຍ​ວັນ​ທີ 5/11, (ຕາມ​ເວລາ ຫວຽດນາມ), ​12 ປະ​ເທດ​ສະມາຊິກ, ​ໃນ​ນັ້ນມີ​ຫວຽດນາມ ​​ໄດ້້ປະກາດ​ເນື້ອ​ໃນ​ທັງ​ໝົດຂອງ​ເອກະສານສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊິ​ຟິກ (TPP) ​ດ້ວຍພາສາ​ອັງກິດ​.  . ການ​ປະກາດ​ເນື້ອ​ໃນ​ທັງ​ໝົດ​ຂອງ​ສັນຍາ TPP ດຳ​ເນີນພາຍຫຼັງ​ວິວັດ​ການ​ເຈລະຈາ​ສັນຍາ​ສິ້ນ​ສຸດ​ເປັນ​ເວລາ 1 ​ເດືອນ. ​​ເອກະສານ​ລວມມີ​ຂໍ້​ມູນ​ລາຍ​ລະອຽດ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນຍາ ​ແລະ ບັນດາ​ຂໍ້ມາດຕາ ທີ່​ນຳ​ໃຊ້​ໃນ​ທຸກ​ປະ​ເທດ​ສະມາຊິກ. ພາຍຫຼັງ​ປະກາດ​ເນື້ອ​ໃນ​ທັງ​ໝົດ​ຂອງ​ສັນຍາ, ​ແຕ່ລະ​ປະ​ເທດ​ຈະ​ສະຫງວນ​ເວລາ​​ແຕ່ 60-90 ວັນເພື່ອ​ໃຫ້​ປະຊາຊົນ​ຄົ້ນ​ຄ້ວາ​ສັນຍາ​ກ່ອນ​ທີ່​ຈະ​ລົງ​ນາມ. ຫຼັງ​ຈາກ​ນັ້ນ​ບັນດາ​ປະ​ເທດ​ສະມາຊິກ TPP ຈະ​ດຳ​ເນີນ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, ​ແລະ ​ດຳ​ເນີນ​ລະບຽບ​ການ​​ໃຫ້​ສັດຕະຍາບັນ​ສັນຍາ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ປະ​ເທດ​ຕົນ.

        TPP ​ໄດ້​ສຳ​ເລັດ​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 5/11/2015 ​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສັນຍາ​ການ​ຄ້າ​​ສະຕະວັດ, ທີ່​ມີ​ລັກສະນະ​ປະຫວັດສາດ, ​ໃຫຍ່​ກວ່າ​ໝູ່​ໃນ​ຮອບ​ເວລາ 20 ປີຜ່ານມາ. TPP ມີ​ການ​ເຂົ້າ​ຮ່ວມ​ຂອງ 12 ປະ​ເທດ​ເຊັ່ນ: ອົດ​ສະ​ຕາ​ລີ, ບຮູ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່ປຸ່ນ, ມາ​ເລ​ເຊຍ, ​ເມ​ກຊິ​ກໂກ, ນິວຊີ​ແລນ, ​ເປຣູ, ສິງ​ຄະ​ໂປ, ອາ​ເມ​ລິ​ກາ ​ແລະ ຫວຽດນາມ. ບັນດາ​ປະ​ເທດ​ນີ້​ກໍ່​ຫວັງ​ວ່າ​ຂໍ້​ຕົກລົງ​ນີ້​ຈະ​ຊ່ວຍ​ຍົກ​ລະດັບ​ຄອງ​ຊີບ​ຂອງ​ປະຊາຊົນ​ຂຶ້ນ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ສົ່ງ​ເສີມ​ຄວາມ​ໂປ່​ງ​ໃສ, ປະສິດທິ​ຜົນ​ໃນ​ການ​ບໍລິຫານ ກໍ່​ຄື​ປົກ​ປ້ອງ​ຜູ້​ອອກ​ແຮງ​ງານ, ສິ່ງ​ແວດ​ລ້ອມ​ກວ່າ​ອີກ. ສັນຍາ​ນີ້​ກໍ່​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ສຳຄັນ​ໃນ​ການ​ຫຍັບ​ໝໍ່ໃກ້​ກັບຄາດໝາຍ​ຊຸກຍູ້​ການ​ຄ້າ​ເສລີ​ໃນ​ພາກ​ພື້ນ​ອາຊີ - ປາຊີ​ຟິກ.

ຂ່າວ/ບົດ​ອື່ນ