4 ປະເທດ ອີຢູ ລົງນາມໃນບົດບັນທຶກຊ່ວຍຈຳລວມ ກ່ຽວກັບບັນຫາອົບພະຍົບ ແລະ ລີ້ໄພ
(VOVWORLD) - ວັນທີ 25 ພະຈິກ, ປະເທດ ເກຼັກ, ອີຕາລີ, ແອັດສະປາຍ ແລະ ມານຕາ ເຊິ່ງເປັນບັນດາປະເທດຢູ່ແນວໜ້າຮັບຊາວອົບພະຍົບ ແລະ ລີ້ໄພ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລວມ ໂດຍໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຫຼັກໝັ້ນຂອງ 4 ປະເທດ ໃນນະໂຍບາຍໃໝ່ ກ່ຽວກັບການອົບພະຍົບ ແລະ ລີ້ໄພຂອງ ສະຫະພາບເອີຣົບ.
ບົດບັນທຶກຊ່ວຍຈຳລວມຂອງ 4 ປະເທດດັ່ງກ່າວ ໄດ້ສົ່ງໄປຍັງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel , ທ່ານ ປະທານສະພາເອີຣົບ Charles Michel ແລະ ທ່ານນາງປະທານຄະນະກຳມະການເອີຣົບ Ursula von der Leyen. 4 ປະເທດດັ່ງກ່າວໄດ້ເນັ້ນໜັກເຖິງບັນດາຫຼັກການກ່ຽວກັບການອົບພະຍົບ ແລະ ລີ້ໄພ ແມ່ນຕ້ອງມີຄວາມຈະແຈ້ງ, ບໍ່ພຽງແຕ່ສຳລັບຄວາມຮັບຜິດຊອບຂອງບັນດາປະເທດຢູ່ແນວໜ້າຮັບຊາວອົບພະຍົບ ແລະ ລີ້ໄພ ເທົ່ານັ້ນ ຫາກຍັງແມ່ນບັນດາຫຼັກການກ່ຽວກັບຄວາມສາມັກຄີ ແລະ ຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກ ສະຫະພາບເອີຣົບ ອີກດ້ວຍ. ການນຳ 4 ປະເທດ ກໍໃຫ້ຮູ້ວ່າ ບັນດາລະບຽບການຄວບຄຸມຢູ່ຊາຍແດນ ບໍ່ຄວນມີແຕ່ການສ້າງບັນດາສູນສຳລັບຊາວອົບພະຍົບ ເທົ່ານັ້ນ ຫາກຍັງຕ້ອງຜັນຂະຫຍາຍການກໍ່ສ້າງລະບົບທີ່ເໝາະສົມ ເພື່ອແກ້ໄຂບັນດາບັນຫາໃນປັດຈຸບັນກ່ຽວກັບຊາວອົບພະຍົບ ແລະ ລີ້ໄພອີກດ້ວຍ.
ຫາຍດັງ - ນັກຂ່າວ VOV ປະຈຳ ເກຼັກ