(vovworld) – Festival ກະສິກຳ ແລະ ໝູ່ບ້ານອາຊີບພາກກາງປີ 2015 ຫ້ວຍຫົວຂໍ້ວ່າ: “ກະສິກຳ-ກະສິກອນ-ຊົນນະບົດພັດທະນາແບບຍືນຍົງ” ຈະດຳເນີນໃນລະຫວ່າງວັນທີ 6-12/7/2015 ຢູ່ແຂວງ ກວາງງ້າຍ. ຄະນະຈັດຕັ້ງ Festival ໄດ້ຮັບສຳເນົາເອກະສານຈາກ 400 ຫົວໜ່ວຍດ້ວຍຮ້ານວາງສະແດງກວ່າ 800 ຮ້ານໃນຂົງເຂດກະສິກຳ, ຊົນນະບົດເຂົ້າຮ່ວມ. Festival ກະສິກຳ ແລະ ໝູ່ບ້ານອາຊີບພາກກາງປີ 2015 ແມ່ນໂອກາດເຊີດຊູບັນດາເຄື່ອງໝາຍການຄ້າ, ຜະລິດຕະພັນ, ການບໍລິການຂອງບັນດາຫົວໜ່ວຍວິສາຫະກິດ, ໝູ່ບ້ານອາຊີບຮັບໃຊ້ກະສິກຳ, ກະສິກອນ ແລະ ຊົນນະບົດ, ພ້ອມທັງສ້າງກາລະໂອກາດພົບປະແລກປ່ຽນໂດຍກົງ ລະຫວ່າງຊາວກະສິກອນໃນທົ່ວປະເທດກັບບັນດານັກວິທະຍາສາດ ແລະ ນັກທຸລະກິດ.