43 ຕື້ດົ່ງສະໜັບສະໜູນກອງທຶນ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ”

(VOVWORLD) -ຕອນຄ່ຳວັນທີ 02 ສິງຫາ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ສົມທົບກັບໂທລະພາບນະຄອນໂຮ່ຈິມິນ (HTV) ຈັດລາຍການພົບປະແລກປ່ຽນສະແດງສິລະປະ “ມຸ່ງໄປເຖິງເຂດຊາຍແດນ, ທະເລ, ໝູ່ເກາະຂອງປະເທດຊາດ” ປີ 2018
43 ຕື້ດົ່ງສະໜັບສະໜູນກອງທຶນ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ” - ảnh 1(ລາຍການ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ”)

ເພື່ອແນໃສ່ຂົນຂວາຍໃຫ້ກອງທຶນ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ”. ທີ່ລາຍການ, ຄະນະຈັດຕັ້ງໄດ້ຮັບຈຳນວນເງິນກວ່າ 43 ຕື້ດົ່ງ ເພື່ອສະໜັບສະໜູນກອງທຶນ “ເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ - ເພື່ອແນວໜ້າຂອງປະເທດຊາດ”.

        ທ່ານນາງປະທານຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໂຕທິບິກເຈົາ, ໃຫ້ຮູ້ວ່າ: ໃນຫຼາຍປີຜ່ານມາ, ອົງຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ປະຊາຊົນທຸກຊັ້ນວັນນະຢູ່ນະຄອນໂຮ່ຈິມິນ ຍາມໃດກໍ່ເອົາໃຈໃສ່, ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງເພື່ອມຸ່ງໄປເຖິງເຂດຊາຍແດນ, ທະເລ, ໝູ່ເກາະຂອງປະເທດຊາດ. ແລະຈາກແຫຼ່ງເງິນສະໜັບສະໜູນດັ່ງກ່າວ, ຄະນະກຳມະການແນງໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈິມິນ ໄດ້ປະຕິບັດການເຄື່ອນໄຫວເບິ່ງແຍງດູແລ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈພະນັກງານ, ນັກຮົບ, ປະຊາຊົນເມືອງເກາະ ເຈື່ອງຊາ, ນັກຮົບຄົນໃໝ່ ແລະ ກົມກອງຝຶກຊ້ອນນັກຮົບເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ