769ຄົນຖືກເສຍຊີວິດໃນເຫດຢຽບກັນຢູ່ສະຖານທີ່ທຳການເຄື່ອນໄຫວທາງສາສະຫນາ ຢູ່ໂບດສັກສິດ Mecca

769ຄົນຖືກເສຍຊີວິດໃນເຫດຢຽບກັນຢູ່ສະຖານທີ່ທຳການເຄື່ອນໄຫວທາງສາສະຫນາ ຢູ່ໂບດສັກສິດ Mecca - ảnh 1
769 ຄົນ ເສຍ​ຊີ​ວິດ​ໃນ​ເຫດ​ຢຽບ​ກັນ
ພາບ:internet

(vovworld)-  ວັນ​ທີ 26/9, ທ່ານ Khaled Al Falih, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ອາ​ຣັບ​ບີ ຊາ​ອຸ​ດີດ ປະ​ກາດ​ວ່າ ຈຳ​ນວນ​ຜູ້​ຖືກ​ເສຍ​ຊີ​ວິດ ໃນ​ເຫດ​ຢຽບ​ກັນ​ຢູ່​ເຂດ Mina ນອກສະ​ຖານ​ທີ່​ທຳ​ການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ຫນາຢູ່​ໂບດ​ສັກ​ສິດ Mecca ເມື່ອ​ວັນ​ທີ 24/9 ແມ່ນ 769 ຄົນ ແລະ ອີກ 934 ຖືກ​ບາດ​ເຈັບ. ປະ​ຈຸ​ບັນ ປະ​ເທດນີ້ ບໍ່​ທັນ​ແຈ້ງ​ໃຫ້​ຊາບ​ສັນ​ຊາດ​ຂອງ​ບັນ​ດາ​ພົນ​ລະ​ເມືອ​ງ​ຖືກ​ເສຍ​ຊີ​ວິດ​ໃນ​ອຸ​ປະ​ຕິ​ເຫດ​ດັ່ງ​ກ່າວ​ເທື່ອ ແຕ່​ວ່າ ມີ​ບາງ​ປະ​ເທດ​ໄດ້​ປະ​ກາດ​ມີ​ພົນ​ລະ​ເມືອງ​ຖືກ​ເສຍ​ຊີ​ວິດ​ໃນ​ເຫດ​ຢຽບ​ກັນ​ດັ່ງ​ກ່າວ, ໃນ​ນັ້ນ ອິນ​ໂດ​ເນ​ເຊຍ ມີ​ຢ່າງ​ຫນ້ອຍ​ສຸດ 225 ຄົນ, ອີ​ຣານ 136 ຄົນ, ມາ​ຣົກ 87 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ