85 ໂຄງການປົກປັກ ຮັກສາສິ່ງແວດລ້ອມ ໄດ້ຮັບການປະຕິບັດປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຄົມ
(ພາບປະກອບ)
(vovworld) – ວັນທີ 24/10, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ສົມທົບກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ສະຫຼຸບ 10 ປີແຫ່ງການປະຕິບັດການສົມທົບກັນເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມຮັບໃຊ້ການພັດທະນາຢ່າງໝັ້ນຄົງ, ໃນ 10 ປີຜ່ານມາໄດ້ມີ 85 ໂຄງການສິ່ງແວດລ້ອມໄດ້ຮັບການປະຕິບັດ ປະກອບສ່ວນຍົກສູງຄວາມຮັບຮູ້ຂອງປະຊາຄົມໃນວຽກງານປົກປັກຮັກສາສິ່ງແວດລ້ອມ. ສິ່ງທີ່ໜ້າສົນໃຈແມ່ນ ການຮ່ວມມືສາກົນໃນຂົງເຂດສິ່ງແວດລ້ອມ ບໍ່ພຽງແຕ່ລະດົມໄດ້ແຫຼ່ງການເງິນເທົ່ານັ້ນ, ຫາກຍັງຊ່ວຍໂຄສະພາພາບພົດປະເທດຫວຽດນາມ ອີກດ້ວຍ, ຢືນຢັນການເຂົ້າຮ່ວມຂອງວົງການນັກວິທະຍາສາດ ແລະ ເຕັກໂນໂລຊີ ໃນການແກ້ໄຂບັນດາບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ຢູ່ໃນໂລກ. ໄລ່ແຕ່ປີ 2005 ມາຮອດປະຈຸບັນ, ຄິດສະເລ່ຍແຕ່ລະປີ, ສະຫະພັນສະມາຄົມລະດົມໄດ້ຈຳນວນເງິນແຕ່ 2 – 3 ລ້ານ USD ໃຫ້ແກ່ການເຄື່ອນໄຫວວິທະຍາສາດ ແລະ ເຕັກໂນໂລຊີ, ໃນນັ້ນມີການຮ່ວມມືດ້ານສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ.