ADB ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ 2 ລ້ານ USD ເພື່ອຊ່ວຍ ຫວຽດນາມ ຮັບມືກັບໄພທຳມະຊາດຍ້ອນພາຍຸ Yagi

(VOVWORLD) - ບ້ວງເງິນຊ່ວຍເຫຼືອຂອງ ADB ຈະໜູນຊ່ວຍບັນດາຄວາມມານະພະຍາຍາມເພື່ອຮັບມືຂອງລັດຖະບານຢ່າງກວ້າງຂວາງກວ່າ ແນໃສ່ສະໜອງການບັນເທົ່າທຸກມະນຸດສະທຳໃນທັນທີ.
ADB ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອ 2 ລ້ານ USD ເພື່ອຊ່ວຍ ຫວຽດນາມ ຮັບມືກັບໄພທຳມະຊາດຍ້ອນພາຍຸ Yagi - ảnh 1(ພາບປະກອບ: qdnd.vn)

        ທະນາຄານພັດທະນາ ອາຊີ (ADB) ຫາກໍ່ອະນຸມັດຜ່ານບ້ວງເງິນຊ່ວຍເຫຼືອຈຳນວນ 2 ລ້ານ USD ເພື່ອໜູນຊ່ວຍລັດຖະບານ ຫວຽດນາມ ສະໜອງບັນດາການບໍລິການຊ່ວຍບັນເທົ່າທຸກຢ່າງຮີບດ່ວນ ແລະ ມະນຸດສະທຳໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຍ້ອນພາຍຸ Yagi, ທາງພາກເໜືອ ຫວຽດນາມ.

        ທ່ານ Shantanu Chakraborty, ຜູ້ອຳນວຍການແຫ່ງຊາດ ADB ປະຈຳ ຫວຽດນາມ ໃຫ້ຮູ້ວ່າ, ບ້ວງເງິນຊ່ວຍເຫຼືອຂອງ ADB ຈະໜູນຊ່ວຍບັນດາຄວາມມານະພະຍາຍາມເພື່ອຮັບມືຂອງລັດຖະບານຢ່າງກວ້າງຂວາງກວ່າ ແນໃສ່ສະໜອງການບັນເທົ່າທຸກມະນຸດສະທຳໃນທັນທີ. ADB ກໍ່ໃຫ້ຄຳໝັ້ນສັນຍາຮ່ວມມືກັບລັດຖະບານໃນພາລະກິດຟື້ນຟູພາຍຫຼັງໄພພິບັດທຳມະຊາດຢູ່ບັນດາແຂວງຖືກຜົນສະທ້ອນ ເພື່ອກໍ່ສ້າງຄືນໃຫ້ເປັນຢ່າງດີກວ່າ ແລະ ປັບປຸງຄວາມສາມາດຕ້ານຢັນ, ສິ່ງດັ່ງກ່າວມີຄວາມສຳຄັນທີ່ສຸດໃນສະພາບໄພທຳມະຊາດນັບມື້ນັບເພີ່ມຂຶ້ນ.

        ການໜູນຊ່ວຍຮີບດ່ວນຂອງ ADB ເພື່ອຮັບປະກັນໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ບັນດາເຂດຖືກໄພທຳມະຊາດສາມາດເຂົ້າເຖິງກັບບັນດາການບໍລິການສາທາລະນະສຸກ ແລະ ສັງຄົມໂດຍພື້ນຖານ, ກໍຄືບັນດາແຫຼ່ງກຳລັງເພື່ອສ້າງຊີວິດການເປັນຢູ່ ແລະ ການຫາເງິນລ້ຽງຊີບຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ