(ພາບປະກອບ)
(vovworld) – ວັນທີ 23/12 ສະຫະພັນບານເຕະ ອາຊີ (AFC) ໄດ້ສົ່ງຈົດໝາຍອວຍພອນສະຫະພັນບານເຕະ ຫວຽດນາມ (VFF) ເປັນກຽດທີ່ໄດ້ຮັບລາງວັນສຳລັບສະຫະພັນພາຄີທີ່ມີຜົນງານ ໃນການພັດທະນາຂະບວນການດີເດັ່ນກ່ວາໝູ່ໃນປີ 2015. ໃນຈົດໝາຍຝາກໃຫ້ VFF , ຕາງໜ້າປະທານ AFC, ທ່ານເລຂາທິການໃຫຍ່ Dato Winsor John ຕີລາຄາສູງບັນດາຜົນສຳເລັດຂອງ VFF ໃນວຽກງານພັດທະນາຂະບວນການບານເຕະ, ຊຶ່ງໄດ້ຮັບຖືວ່າເປັນພື້ນຖານໃຫ້ແກ່ການພັດທະນາບານເຕະໃນທຸກລະດັບ. ທ່ານ Dato Winsor John ຢືນຢັນວ່າ: ລາງວັນພັດທະນາຂະບວນການບານເຕະຂອງ AFC ເຊິ່ງ VFF ໄດ້ຮັບ ແມ່ນຜົນງານທີ່ພົ້ນເດັ່ນຂອງບານເຕະ ຫວຽດນາມ ໃນປີ 2015. ທ່ານເລຂາທິການໃຫຍ່ Dato Winsor John ກໍໄດ້ເຊື້ອເຊີນທ່ານປະທານ VFF ເລຮຸ່ງຢຸງ ແລະ ຜູ້ຕາງໜ້າການນຳຂອງ VFF ເຂົ້າຮ່ວມພິທີມອບລາງວັນ, ຄາດຄະເນວ່າ ຈະໄດ້ຈັດຕັ້ງຢູ່ ກົວລາລຳເປີ ປະເທດ ມາເລເຊຍ ໃນວັນທີ 1/3/2016 .