AFF Cup 2020: ສິງກະໂປ, ໄທ ຍາດໄດ້ໄຊຊະນະໃນມື້ໄຂງານແຂ່ງຂັນ
(VOVWORLD) -ວັນທີ 6 ທັນວາ ເລີ່ມດຳເນີນບັນດານັດແຂ່ງຂັນໃນສາຍ B. ໃນຕອນຄ່ຳຂອງວັນດຽວກັນ, ທິມຊາດ ຫວຽດນາມ ຈະແຂ່ງຂັນກັບ ທິມຊາດ ລາວ.
ທິມບານເຕະ ສິງກະໂປ ແລະ ມຽນມາ ໃນສາຍ A. ປະເທດເຈົ້າພາບສິງກະໂປ ໄດ້ເອົາຊະນະ ມຽນມາ 3 ປະຕູຕໍ່ 0 (ພາບ: goal.com) |
ຕອນຄ່ຳວັນທີ 5 ທັນວາ, AFF Cup 2020 ຖືກດຳເນີນຢ່າງເປັນທາງການຢູ່ ສິງກະໂປ ດ້ວຍພິທີໄຂທີ່ເປັນໜ້າປະທັບໃຈ. ພິທີໄຂປີນີ້ ມີການເຂົ້າຮ່ວມຂອງ ທ່ານປະທານສະຫະພັນ ບານເຕະໂລກ (FIFA) Gianni Infantino. ນີ້ແມ່ນສິ່ງທີ່ພິເສດທີ່ສຸດ, ເພາະວ່າມີການເຂົ້າຮ່ວມຂອງທ່ານປະທານສະຫະພັນກິລາບານເຕະໂລກ ໄດ້ສະແດງໃຫ້ເຫັນວ່າ ລາງວັນແຂ່ງຂັນລະດັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຄວາມສົນໃຈຈາກໂລກນັບມື້ນັບຫຼາຍກວ່າເກົ່າ.
ພາຍຫຼັງພິທີໄຂ ແມ່ນການແຂ່ງຂັນລະຫວ່າງ ທິມບານເຕະ ສິງກະໂປ ແລະ ມຽນມາ ໃນສາຍ A. ປະເທດເຈົ້າພາບສິງກະໂປ ໄດ້ເອົາຊະນະ ມຽນມາ 3 ປະຕູຕໍ່ 0. ກ່ອນໜ້ານັ້ນແມ່ນນັດແຂ່ງຂັນລະຫວ່າງ ໄທ ກັບ Timo Leste ໃນສາຍ A, ໃນນັ້ນ ທິມຊາດ ໄທ ເອົາຊະນະ Timo Leste 2 ປະຕູຕໍ່ 0.
ວັນທີ 6 ທັນວາ ເລີ່ມດຳເນີນບັນດານັດແຂ່ງຂັນໃນສາຍ B. ໃນຕອນຄ່ຳຂອງວັນດຽວກັນ, ທິມຊາດ ຫວຽດນາມ ຈະແຂ່ງຂັນກັບ ທິມຊາດ ລາວ.