(vovworld) - ວັນທີ 2/6, ຫົວໂປ Al Qaeda ຢູ່ແຫຼມ ອາຣັບ Qassim Al Rimi ກ່າວເຕືອນວ່າເຫດການວາງລະເບີດ 2 ຄັ້ງຢູ່ Boston, ປະເທດ ອາເມລິກາ ເມື່ອເດືອນ 5 ຜ່ານມາໄດ້ສະແດງໃຫ້ເຫັນຄວາມອ່ອນດ້ອຍຂອງລະບົບປ້ອງກັນຄວາມສະຫງົບ ອາເມລິກາ ແລະ ຖືວ່າ: ປະເທດມະຫາອຳນາດອັນດັບໜຶ່ງຂອງໂລກບໍ່ມີຄວາມປອດໄພຄືແຕ່ກ່ອນອີກແລ້ວ. ທ່ານ Qassim Al Rimi ຢືນຢັນວ່າເລື່ອງຜະລິດລູກລະເບີດຄືບັນດາອຸປະກອນກໍ່ເຫດໃນການວາງລະເບີດຢູ່ Boston ແມ່ນຂຶ້ນກັບຄວາມສາມາດຂອງທຸກໆຄົນ. ທ່ານ Qassim Al Rimi ຮຽກຮ້ອງໃຫ້ຊາວອິດສະລາມຢູ່ ອາເມລິກາ ສືບຕໍ່ປ້ອງກັນການເຫຼື້ອມໃສ ແລະ ສະໜັບສະໜູນ ອິດສະລາມ. ທ່ານ Qassim Al Rimi ກໍ່ຖືວ່າ: ການຕາຍຂອງຫົວໂປສາກົນ Al Qaeda Bin Laden ບໍ່ສາມາດເຮັດໃຫ້ບັ້ນຮົບຕ້ານ ອາເມລິກາ ຂອງບັນດາພາກສ່ວນອິດສະລາມຢຸດຕິໄດ້.