ທ່ານລັດຖະມົນຕີ Pham Binh Minh
(ພາບ:phambinhminh.net)
(vovworld)-ເນື່ອງໃນໂອກາດສິ້ນສຸດກອງປະຊຸມຊຸດຍອດ APEC ຄັ້ງທີ 20 ຢູ່ນະຄອນ Vladivostok, ສະຫະພັນລັດເຊຍ ໃນວັນທີ 9/9, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minh ໄດ້ຕອບສຳພາດສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມ. ທ່ານຢືນຢັນວ່າກອງປະຊຸມບັນລຸໄດ້ໝາກຜົນຫຼາຍຢ່າງ, ສ້າງພະລັງແຮງໃໝ່ໃຫ້ແກ່ການຮ່ວມມື, ຮ່ວມສຳພັນໃນພາກພື້ນ. ບັນດາການນຳໄດ້ຢືນຢັນເຖິງຄວາມຕັດສິນໃຈຟື້ນຟູເສດຖະກິດ, ຫັນໄປສູ່ຮູບແບບເຕີບໂຕຂຽວ ແລະ ໝັ້ນຄົງ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍກວ່າອີກ, ສິ້ນສຸດຮອບເຈລະຈາ Doha ສຳເລັດຜົນ. ກອງປະຊຸມໄດ້ຮັບຮອງເອົາມາດຕະການຊຸກຍູ້ການຫັນເປັນເສລີ ແລະ ສ້າງຄວາມສະດວກໃຫ້ແກ່ການຄ້າໃນພາກພື້ນ. ກອງປະຊຸມປີນີ້ເນັ້ນໜັກຄວາມຕ້ອງການເພີ່ມທະວີການຮ່ວມມືຄຳ້ປະກັນດ້ານສະບຽງອາຫານ, ສືບຕໍ່ຖືເປັນສຳຄັນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄ້ຳປະກັນດ້ານພະລັງງານ…ຕາມທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minhແລ້ວ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍທ່ານປະທານປະເທດ Truong Tan Sang ນຳໜ້າ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆຢ່າງຕັ້ງໜ້າ, ແລະ ສົມທົບຢ່າງແໜ້ນແຟ້ນກັບປະເທດເຈົ້າພາບລັດເຊຍກໍ່ຄືບັນດາພື້ນຖານເສດຖະກິດສະມາຊິກ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ທ່ານປະທານປະເທດ Truong Tan Sang ແລະບັນດາສະມາຊິກທາງການຂອງຄະນະຜູ້ແທນຫວຽດນາມໄດ້ມີການພົບປະສອງຝ່າຍກັບປະມຸກລັດ, ການນຳ APEC ຫຼາຍທ່ານ. ຕາມທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ Pham Binh Minhແລ້ວ, ການປະກອບສ່ວນຢ່າງແທ້ຈິງຂອງຄະນະຜູ້ແທນຫວຽດນາມທີ່ກອງປະຊຸມ ພ້ອມກັບການເຄື່ອນໄຫວສອງຝ່າຍໄດ້ເຮັດໃຫ້ການພົບພັນກັບບັນດາຄູ່ຮ່ວມມືທີ່ສຳຄັນມີຄວາມເລິກເຊິ່ງຍິ່ງຂຶ້ນ, ປະກອບສ່ວນປັບປຸງຄວາມສະຫງົບປອດໄພ ແລະ ການພັດທະນາຂອງປະເທດ ກໍ່ຄືຍົກສູງທີ່ຕັ້ງບົດບາດ, ແລະພາບພົດຂອງຫວຽດນາມຕື່ມອີກ.