APEC 2017: ຮ່ວມມືຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ

(VOVWORLD) - ຕອນເຊົ້າວັນທີ 13 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 45 ຂອງກຸ່ມປະຕິບັດງານວິສາຫະກິດຂະໜາດນ້ອຍ ແລະ ກາງ APEC. 
APEC 2017: ຮ່ວມມືຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຝ່າຍ ຫວຽດນາມ ໄດ້ຍົກອອກຂໍ້ລິເລີ່ມໜູນຊ່ວຍວິສາຫະກິດເລີ່ມທຸລະກິດ ແລະ ໄດ້ສະເໜີແມ່ນໜຶ່ງໃນບັນດາໝາກຜົນຕົ້ນຕໍຂອງກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດນ້ອຍ ແລະ ກາງ APEC ປີນີ້.

        ບັນດາຜູ້ແທນທີ່ມາຈາກບັນດາພື້ນຖານເສດຖະກິດ ສະມາຊິກໄດ້ສຸມໃສ່ປຶກສາຫາລື ເພື່ອຊອກຫາມາດຕະການດຳເນີນທຸລະກິດ, ປ່ຽນໃໝ່ ແລະ ສຳຜັດກັບແຫຼ່ງການເງິນ, ສະພາບແວດລ້ອມດຳເນີນທຸລະກິດ ແລະ ສຳຜັດກັບຕະຫຼາດໃຫ້ແກ່ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ. ທ່ານ ຫງວຽນຮວາເກືອງ, ຮອງຫົວໜ້າກົມພັດທະນາວິສາຫະກິດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ຫົວໜ້າກຸ່ມປະຕິບັດງານວິສາຫະກິດຂະໜາດນ້ອຍ ແລະ ກາງ APEC, ໃຫ້ຮູ້ວ່າ:

        “ປີນີ້, ຫວຽດນາມ ມີການປະກອບຂໍ້ລິເລີ່ມແມ່ນໄດ້ໜູນຊ່ວຍວິສາຫະກິດເລີ່ມທຸລະກິດ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໃໝ່ເຊິ່ງພວກເຮົາປະຕິບັດງານຊຸມປີມໍ່ໆມານີ້. ວຽກງານນີ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ອັນໃຫຍ່ຫຼວງຂອງລັດຖະບານ, ຂອງບັນດາອົງການໜູນຊ່ວຍຂອງ ຫວຽດນາມ ກໍ່ຄືຫຼາຍພື້ນຖານເສດຖະກິດ. ດັ່ງນັ້ນ, ຫວຽດນາມ ເປັນເຈົ້າການໃນການສະເໜີຂໍ້ລິເລີ່ມນີ້ ແລະ ຖືກນຳເຂົ້າຮັບໃຊ້ແມ່ນໜຶ່ງໃນບັນດາຜົນງານຕົ້ນຕໍຂອງກອງປະຊຸມລັດຖະມົນຕີວິສາຫະກິດຂະໜາດນ້ອຍ ແລະ ກາງປີນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ