ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມບູ່ຍແທງເຊີນ
ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld)- ກ່າວຄຳເຫັນທີ່ການປະຊຸມຂ່າວສາກົນໂດຍແນະນຳກ່ຽວກັບປີ APEC 2017 ດຳເນີນໃນຕອນບ່າຍວັນທີ 9/12 ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບູ່ຍແທງເຊີນ, ປະທານ SOM APEC 2017 ຢືນຢັນວ່າ: ພາຍຫລັງດຳເນີນໃນເວລາ 2 ວັນ, ກອງປະຊຸມບໍ່ເປັນທາງການບັນດາເຈົ້າຫນ້າທີ່ອະວຸໂສ APEC (ISOM-APEC) ໄດ້ສິ້ນສຸດລົງຢ່າງຈົບງາມ. ກອງປະຊຸມບັນລຸໄດ້ຄວາມເຫັນດີເຫັນພ້ອມຂອງບັນດາຜູ້ແທນກ່ຽວກັບບັນດາເນື້ອໃນບຸລິມະສິດຂອງປີ APEC 2017, ເປັນເອກະພາບການເຄື່ອນໄຫວຂອງປີ APEC 2017. ຕາມນັ້ນແລ້ວ ຈະມີການເຄື່ອນໄຫວປະມານ 200 ປະການດຳເນີນໃນຕະຫລອດປີ, ໃນນັ້ນ ມີສັບປະດາຂັ້ນສູງ APEC ຈັດຕັ້ງຢູ່ ດາຫນັງ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມບູ່ຍແທງເຊີນ ຢືນຢັນວ່າ:
“ພາຍຫລັງເຮັດວຽກມາເປັນເວລາ 2 ວັນ, ກອງປະຊຸມໄດ້ສິ້ນສຸດບັນດາການເຄື່ອນໄຫວທຳອິດ, ຂີດໝາຍ້ເລີ່ມຕົ້ນຂອງປີ APEC 2017. ນີ້ເປັນຄັ້ງທີ 2 ຫວຽດນາມ ເປັນເຈົ້າພາບຈັດຕັ້ງເວທີປາໄສສຳຄັນນີ້, ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມໄວ້ວາງໃຈສູງຂອງປະຊາຄົມສາກົນທີ່ສະຫງວນໃຫ້ແກ່ຫວຽດນາມ. ເລື່ອງເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC ແມ່ນຈຸດສຸມການພົວພັນຕ່າງປະເທດຂອງຫວຽດນາມໃນປີ 2017.”