APPF-30: ສະພາແຫ່ງຊາດ ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບບົດບາດຊຸກຍູ້ການຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19

(VOVWORLD) -ທີ່ວາລະປຶກສາຫາລືຄັ້ງຕ່າງໆ, ຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ APPF ໄດ້ແບ່ງປັນທັດສະນະ, ນະໂຍບາຍ ແລະ ບົດຮຽນກ່ຽວກັບການເພີ່ມທະວີບົດບາດຂອງອົງການນິຕິບັນຍັດ ໃນການແກ້ໄຂສິ່ງທ້າທາຍ
APPF-30: ສະພາແຫ່ງຊາດ ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບບົດບາດຊຸກຍູ້ການຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19 - ảnh 1(ວາລະປຶກສາຫາລືບົດບາດຂອງລັດຖະສະພາໜຸ່ມໃນການປະຕິບັດເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”)

        ວັນທີ 27 ຕຸລາ, ຢູ່ ໄທ, ກອງປະຊຸມປະຈຳປີເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 30 (APPF-30) ສືບຕໍ່ດຳເນີນວາລະປຶກສາຫາລືຄົບຄະນະກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, ບົດບາດຂອງລັດຖະສະພາໜຸ່ມໃນການປະຕິບັດເປົ້າໝາຍ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”, ເສດຖະກິດ ແລະ ບັນດາບັນຫາການຄ້າ. ທີ່ວາລະປຶກສາຫາລືຄັ້ງຕ່າງໆ, ຜູ້ແທນທີ່ມາຈາກບັນດາປະເທດສະມາຊິກ APPF ໄດ້ແບ່ງປັນທັດສະນະ, ນະໂຍບາຍ ແລະ ບົດຮຽນກ່ຽວກັບການເພີ່ມທະວີບົດບາດຂອງອົງການນິຕິບັນຍັດ ໃນການແກ້ໄຂສິ່ງທ້າທາຍ, ຂີດຂວາງການຟື້ນຟູ ແລະ ພັດທະນາເສດຖະກິດຫຼັງໂລກລະບາດໂຄວິດ-19. ເມື່ອແບ່ງປັນບົດຮຽນຂອງ ຫວຽດນາມ, ທ່ານປະທານກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ຫວູຫາຍຮ່າ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມ APPF – 30, ຢືນຢັນວ່າ:

        “ສະພາແຫ່ງຊາດ ຫວຽດນາມ ໄດ້ຕັ້ງໜ້າຮ່ວມເດີນທາງພ້ອມກັບລັດຖະບານ ເພື່ອປະກາດໃຊ້ ແລະ ຜັນຂະຫຍາຍບັນດາໂຄງການຟື້ນຟູເສດຖະກິດ - ສັງຄົມ. ສະພາແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝພິເສດ, ໃນນັ້ນໄດ້ຮັບຮອງເອົາບັນດາໂຄງການຟື້ນຟູທີ່ມີມູນຄ່າຂຶ້ນເຖິງເກືອບ 17 ຕື້ USD ໄດ້ນຳມາເຊິ່ງຜົນງານຕັ້ງໜ້າຫຼາຍຢ່າງໃຫ້ແກ່ເສດຖະກິດ - ສັງຄົມຂອງ ຫວຽດນາມ. ເປັນຄັ້ງທຳອິດພາຍຫຼັງ 10 ປີ, ຫວຽດນາມ ບັນລຸລະດັບເຕີບໂຕເສດຖະກິດປະມານ 8% ໃນປີ 2022, ສາມາດຄວບຄຸມໄພເງິນເຟີ້ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ”.

        ພ້ອມກັນນັ້ນ, ກອງປະຊຸມໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການ ແນໃສ່ຊຸກຍູ້ການທູດລັດຖະສະພາ ປະກອບສ່ວນເຂົ້າໃນເປົ້າໝາຍກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ອາດຊະຍາກຳຢາເສບຕິດ… ຜ່ານນັ້ນ, ປະກອບສ່ວນປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ