(ພາບປະກອບ)
(vovworld) – ໃນຂອບເຂດເວທີປາໄສພາກພື້ນອາຊຽນ (ARF), ວັນທີ 24/5, ຢູ່ບຮູໄນ, ເຈົ້າໜ້າທີ່ຂັ້ນສູງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາຄູ່ຮ່ວມມືເຈລະຈາ, ໃນນັ້ນມີອາເມລິກາ, ຍີ່ປຸ່ນ, ແລະ ຈີນ, ໄດ້ປຶກສາຫາລືກ່ຽວກັບສາຍເຫດທີ່ກໍ່ຄວາມເຄັ່ງຕຶງ ແລະ ການທ້າທາຍສຳລັບຄວາມໝັ້ນຄົງໃນພາກພື້ນອາຊີ - ປາຊີຝິກ. 27 ປະເທດສະມາຊິກຂອງເວທີປາໄສພາກພື້ນອາຊຽນ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການຢູ່ແຫຼມເກົາຫຼີໃນປະຈຸບັນ ກໍ່ຄືການພິພາດອະທິປະໄຕໃນທະເລຕາເວັນອອກ ແລະ ທະເລຮວາຕຸງ. ບັນດາຜູ້ແທນຢືນຢັນວ່າ ຄວນແກ້ໄຂສອງບັນຫາດັ່ງກ່າວໂດຍສັນຕິວິທີ, ພ້ອມທັງຖືວ່າ ເລື່ອງສະພາບຄວາມເຄັ່ງຕຶງນັບມື້ນັບເພີ່ມຂຶ້ນ ອາດຈະເຮັດໃຫ້ຂາດສະຖຽນລະພາບໃນພາກພື້ນ