Army Games 2021: ທິມເຄມີສາດຫວຽດນາມ ແຂ່ງຂັນຢູ່ຈີນ

(VOVWORLD) -Army Games 2021, ໂດຍກະຊວງປ້ອງກັນປະເທດສະຫະພັນລັດເຊຍ ຈັດຕັ້ງດ້ວຍການແຂ່ງຂັນໃນ 36 ປະເພດ, ດຳເນີນຢູ່ 12 ປະເທດ ແລະ ເຂດແຄ້ວນ.
Army Games 2021: ທິມເຄມີສາດຫວຽດນາມ ແຂ່ງຂັນຢູ່ຈີນ - ảnh 1ຫວຽດນາມ ເຂົ້າຮ່ວມ Army Games 2021
(ພາບປະກອບ: qdnd.vn)

ເຫດການດັ່ງກ່າວໄດ້ພ້ອມກັນໄຂຂຶ້ນໃນວັນທີ 22 ສິງຫາ ຕາມເວລາທີ່ແຕກຕ່າງກັນ.

ຕອນເຊົ້າວັນທີ 22 ສິງຫາ, ຢູ່ສະໜາມຝຶກຊ້ອມຖານທີ່ໝັ້ນການທະຫານ Korla, ເຂດປົກຄອງດ້ວຍຕົນເອງ ຊີນແຈງ, ປະເທດຈີນ, ໄດ້ຈັດພິທີໄຂງານແຂ່ງຂັນການທະຫານສາກົນ 2021 (Army Games 2021). ຢູ່ ຈີນ ທິມເຄມີສາດຂອງກອງທັບຫວຽດນາມ, ລວມມີພະນັກງານ 20 ຄົນ, ແຂ່ງຂັນເນື້ອໃນ “ສະພາບແວດລ້ອມແຫ່ງຄວາມປອດໄພ”.

ນີ້ແມ່ນຄັ້ງທີ 4 ກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມ Army Games ແລະ ໄດ້ແຂ່ງຂັນຢູ່ຫຼາຍປະເພດທີ່ສຸດ. ນີ້ກໍ່ແມ່ນຄັ້ງທຳອິດ, ກອງທັບເຮືອປະຊາຊົນຫວຽດນາມ ຈັດສົ່ງກ່ຳປັ່ນ 015 - ເຈີ່ນຮືງດ້າວ ແລະ 016 - ກວາງຈູງ ເຂົ້າຮ່ວມການແຂ່ງຂັນໃນ Army Games.

ຕອບກັບ

ຂ່າວ/ບົດ​ອື່ນ