ASIAN CUP 2019: ສື່ມວນຊົນສາກົນສະແດງຄວາມເສຍດາຍຕໍ່ຄວາມໄຝ່ຝັນຂອງທິມຊາດຫວຽດນາມ

(VOVWORLD) -ວິວັດການເຂົ້າຮ່ວມງານແຂ່ງຂັນ Asian cup 2019 ຂອງທິມຊາດຫວຽດນາມ ໄດ້ສິ້ນສຸດລົງ ພາຍຫລັງເສຍຊະນະ 0-1 ຕໍ່ທິມຊາດ ຍີ່ປຸ່ນ ໃນຮອບ 8 ທິມ. 

ສື່ມວນຊົນສາກົນ ສະແດງຄວາມເສຍດາຍຕໍ່ຄວາມໄຝ່ຝັນຂອງທິມຊາດຫວຽດນາມ ແລະ ພິເສດ ການແຂ່ງຂັນທີ່ຫນ້າປະທັບໃຈ ຂອງ ວັນເລີມ ຜູ້ຮັກສາປະຕູຂອງທິມຊາດຫວຽດນາມ.

ຫນັງສືພິມ Fox Sports ມີບົດຂຽນດ້ວຍຫົວຂໍ້ວ່າ “ ຄວາມໄຝ່ຝັນຂອງຫວຽດນາມ ແມ່ນສິ້ນສຸດແລ້ວ, ຍີ່ປຸ່ນ ໄດ້ຮັບຜົນປະໂຫຍດຈາກ VAR ແລະ ຕີລາຄາສູງການແຂ່ງຂັນຂອງນັກເຕະຫວຽດນາມຕໍ່ທິມຊາດ ຍີ່ປຸ່ນ. ນັກຂ່າວ Gabriel Tan ເນັ້ນຫນັກວ່າ: “ທິມຊາດຫວຽດນາມ ໄດ້ພິສູດໃຫ້ເຫັນກຳລັງຄວາມສາມາດແທ້ຈິງຂອງຕົນຕໍ່ກັບການແຂ່ງຂັນທີ່ຫນ້າປະທັບໃຈຕໍ່ທິມຊາດຍີ່ປຸ່ນ ຊື່ງແມ່ນທິມທີ່ເຂັ້ມແຂງ ແລະ ໄດ້ຮັບການຄາດຄະເນວ່າຈະເປັນແຊັມໃນງານແຂ່ງຂັນຄັ້ງນີ້.  

ຕອບກັບ

ຂ່າວ/ບົດ​ອື່ນ