Bac Ninh ບັນລຸມາດຖານການສຶກສາ ຂັ້ນອະນຸບານພາກບັງຄັບໃຫ້ເດັກ 5 ປີ
(ພາບ:baobacninh.com.vn)
( vovworld ) – ຕອນຊົ້າວັນທີ 26/7, ຢູ່ສູນວັດທະນະທຳ Kinh Bac ນະຄອນ Bac Ninh, ຄະນະກຳມະການປະຊາຊົນແຂວງ Bac Ninh ໄດ້ຈັດພິທີປະກາດຂໍ້ຕົກລົງ ແລະ ຮັບທຸງບັນລຸມາດຖານການສຶກສາຂັ້ນອະນຸບານພາກບັງຄັບໃຫ້ເດັກ 5 ປີຂອງກະຊວງສຶກສາ ແລະ ບຳລຸງສ້າງ. ກ່າວຄຳເຫັນນະພິທີ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນຊື່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ Bac Ninh ບັນລຸໄດ້ໃນພາລະກິດພັດທະນາການສຶກສາຂັ້ນອະນຸບານໃນໄລຍະຜ່ານມາ ແລະ ເນັ້ນນັກວ່າ:
“ທາງແຂວງຕ້ອງສືບຕໍ່ກວດກາບັນດາເງື່ອນໄຂເພື່ອບັນລຸມາດຖານການສຶກສາພາກບັງຄັບ. ຕ້ອງປະຕິບັດເປັນຢ່າງດີ ແລະ ຄົບຊຸດນັງທັງດ້ານນະໂຍບາຍໃນ 3 ຂັ້ນຄື: ແຂວາງ, ເມືອງ, ຕາແສງ ພ້ອມທັງເປີດກ້ວາງການດຶງດູດເດັກໃນເກັນອາຍຸ 3-4 ປີເຂົ້າຮຽນ. ຕ້ອງເລີ່ມປະຕິບັດໂຄງການສິດສອນພາສາອັງກິດຕາມໂຄງການໃໝ່ ໂດຍລັດຖະບານປະກາດໃຊ້ໂດຍໄວ. ສູ້ຊົນບັນລຸມາດຖານພາສາອັງກິດກ່ອນປີ 2020“