BIDVສ້າງຕັ້ງສາຂາຢູ່ມຽນມາ
(ພາບ: BIDV)
(vovworld)- ໃນວັນທີ 4/7 ທະນາຄານສູນກາງມຽນມາ (CBM) ໄດ້ອອກໃບອະນຸຍາດ ໃຫ້ທະນາຄານການຄ້າຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ສ້າງຕັ້ງສາຂາເຄື່ອນໄຫວ ຢູ່ຕະຫຼາດມຽນມາ. ພາຍຫຼັງໄດ້ຮັບໃບອະນຸຍາດ ຈາກຄະນະກຳມະການອອກໃບອະນຸຍາດ ໃຫ້ທະນາຄານຕ່າງປະເທດແລ້ວ, BIDV ກໍ່ເລີ່ມຕົ້ນເຄື່ອນໄຫວນັບແຕ່ວັນທີ 1/7. ຂໍ້ຕົກລົງຮັບຮອງໃນເບື້ອງຕົ້ນມີຜົນບັງຄັບໃຊ້ໃນໄລຍະ 1 ປີ, ໃນໄລຍະເວລານີ້ບັນດາ ທະນາຄານດັ່ງກ່າວ ຄວນດຳເນີນບັນດາມາດຕະການ ທີ່ຈຳເປັນ ເພື່ອແນໃສ່ຮັບປະກັນບົດບາດໜ້າທີ່ ໃນການເຄື່ອນໄຫວ ຂອງທະນາຄານ ກໍ່ຄືການປະຕິບັດຕາມບັນດາຄວາມຮຽກຮ້ອງຕ້ອງການ ໂດຍ CBM ວາງອອກ. ຕາມຂໍ້ກຳນົດຂອງ CBM ແລ້ວ, ທະນາຄານຕ່າງປະເທດ ພຽງແຕ່ມີສິດສະໜອງການບໍລິການທະນາຄານ ໃຫ້ບັນດາວິສາຫະກິດຕ່າງປະເທດ ຢູ່ປະເທດນີ້ ແລະ ຢ່າງໜ້ອຍສຸດກໍ່ມີໜຶ່ງສາຂາ, ມີທຶນ ຕ່ຳສຸດແມ່ນ 75 ລ້ານ USD.