(vovworld) – ຮຸ່ງເຊົ້າວັນທີ 31/10, ຕາມເວລາຮ່າໂນ້ຍ, ກອງທັບ Burkia Faso ໄດ້ຖະແຫຼງຍົກເລີກລັດຖະບານ ແລະ ສະພາແຫ່ງຊາດ, ພ້ອມທັງສ້າງຕັ້ງອົງການບໍລິຫານປະເທດຊົ່ວຄາວ. ໃນຖະແຫຼງທີ່ຖືກຍົກອອກມາທີ່ການປະຊຸມຂ່າວ, ນາຍພົນ Honore Traore ເນັ້ນໜັກວ່າ, ກົງຈັກການນຳຊົ່ວຄາວຈະມີໜ້າທີ່ນຳພາປະເທດຊາດໃນຮອບເວລາ 12 ເດືອນ ຈົນຮອດເວລາຈັດຕັ້ງບັນດາການເລືອກຕັ້ງ, ສ້າງຕັ້ງລັດຖະບານໃໝ່. ກອງທັບ Burkia Faso ກໍ່ຈັດວາງກົດໄອຍະການເສິກແຕ່ເວລາ 19 ໂມງ ຕອນຄໍ່າຮອດ 6 ໂມງຮຸ່ງເຊົ້າມື້ຕໍ່ມາ. ຖະແຫຼງການຂອງວົງການເຂົ້າໜ້າທີ່ກອງທັບ Burkia Faso ໄດ້ຍົກອອກມາບໍ່ດົນ ພາຍຫຼັງທີ່ປະທານາທິບໍດີ Blaise Compaore ຈັດວາງສຳສັ່ງສະພາວະສຸກເສີນໃນທົ່ວປະເທດ ຍ້ອນການໃຊ້ຄວາມຮຸນແຮງເກີດຂຶ້ນ. ກ່ອນໜ້ານັ້ນ, ມີຜູ້ແຫ່ຂະບວນປະທ້ວງນັບໝື່ນໆຄົນໄດ້ບຸກເຂົ້າ, ຈຸດທຳລາຍສຳນັກສາພາແຫ່ງຊາດຂອງ Burkia Faso ຢູ່ນະຄອນຫຼວງ Ouagadougou, ເພື່ອແນໃສ່ຄັດຄ້ານແຜນການປ່ອນບັດປັບປຸງລັດຖະທຳມະນູນ ທີ່ອະນຸຍາດໃຫ້ປະທານາທິບໍດີ Blaise Compaore ແກ່ຍາວເວລາກຳສິດອຳນາດ.