ຕອນເຊົ້າວັນທີ 11/12, ກອງປະຊຸມກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ຢູ່ Durban ບັນລຸໄດ້ຂໍ້ຕົກລົງກ່ຽວກັບໂຄງການສັງລວມເລິກເຊິ່ງ ແລະ ກ້ວາງຂວາງເພື່ອແນໃສ່ວາງທິດທາງໃໝ່ໃຫ້ແກ່ການຕ້ານການປ່ຽນແປງຂອງດິນຟ້າອາກາດຢູ່ໂລກໃນຫຼາຍທົດສະວັດທີ່ຈະມາເຖິງ. ກອງປະຊຸມລວມມີ 194 ປະເທດສະມາຊິກ ໄດ້ເຫັນດີເລີ່ມຕົ້ນການເຈລະຈາ ກ່ຽວກັບສັນຍາໃໝ່ເຊິ່ງຕາມນັ້ນແລ້ວທຸກໆປະເທດອາດຈະປະຕິບັດຕາມໃນລະບອບກົດໝາຍໜຶ່ງດຽວ ເພື່ອແນໃສ່ຊຸກຍູ້ບັນດາຄຳໝັ້ນສັນຍາຄວບຄຸມປະລິມານອາຍແກດເຮືອນແກ້ວ. ສັນຍານີ້ຈະມີຜົນສັດສິດລ້າສຸດແມ່ນໃນປີ 2020. ຂໍ້ຕົກລົງນີ້ ກໍ່ຈະສ້າງຕັ້ງບັນດາອົງການ ເພື່ອເກັບເອົາ, ຄຸ້ມຄອງ ແລະ ແຈກຢາຍເງິນນັບ ໝື່ນໆ ຕື້ໂດລາສະຫະລັດ ໃນແຕ່ລະປີ ໃຫ້ແກ່ບັນດາປະເທດທີ່ທຸກຍາກ ເພື່ອຊ່ວຍໃຫ້ບັນດາປະເທດນີ້ປັບປຸງເງື່ອນໄຂດິນຟ້າອາກາດ ແລະ ມຸ້ງໄປສູ່ພື້ນຖານເສດຖະກິດທີ່ ຫຼຸດຜ່ອນມົນລະພິດ ແລະ ການປ່ອຍແກັດເຮືອນແກ້ວ.