COP 24 ຍົກອອກຄຳກ່າວເຕືອນໃໝ່ກ່ຽວກັບຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ໃນຂອບເຂດກອງປະຊຸມຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດປີ 2018 (COP 24) ພວມດຳເນີນຢູ່ນະຄອນ Katowice, ປະເທດ ໂປໂລຍ, 

ວັນທີ 06 ທັນວາ, ອົງການອະນາໄມໂລກ (WHO) ໄດ້ປະກາດບົດລາຍງານພິເສດ ກ່ຽວກັບການພົວພັນລະຫວ່າງການປ່ຽນແປງຂອງດິນຟ້າອາກາດ ແລະ ສຸຂະພາບຂອງມະນຸດ. ຕາມທ່ານຜູ້ອຳນວຍການໃຫຍ່ອົງການ WHO Tedros Adhanom Ghebreyesus ແລ້ວ, ປັດຈຸບັນໄດ້ມີພະຍານຫຼັກຖານຈະແຈ້ງທີ່ສະແດງໃຫ້ເຫັນວ່າ ການປ່ຽນແປງຂອງດິນຟ້າອາກາດໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງມະນຸດ. ການປ່ຽນແປງຂອງດິນຟ້າອາກາດໄດ້ນາບຂູ່ເຖິງອາກາດປອດໂປ່ງ, ນ້ຳດື່ມ, ສະບຽງອາຫານ…ພ້ອມທັງການປ່ຽນແປງຂອງດິນຟ້າອາກາດກໍ່ທຳລາຍຄວາມກ້າວໜ້າກ່ຽວກັບສຸຂະພາບຂອງມະນຸດໃນທົ່ວໂລກ ເຊິ່ງບັນລຸໄດ້ໃນຫລາຍປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ