ພາບປະກອບຈາກ Trần Việt - TTXVN
|
(vovworld) - ວັນທີ 30/1 ພາກສ່ວນຄາດຄະເນ, ໄຈ້ແຍກ ແລະ ໃຫ້ຄຳປຶກສາຄວາມສ່ຽງ (EIU) ຂອງລາຊະອານາຈັກອັງກິດ, ຖືວ່າ, ພື້ນຖານເສດຖະກິດຫວຽດນາມໃນປີ 2015ຍັງຄົງສືບຕໍ່ທ່າຟື້ນຟູຢ່າງແຮງ. ຂໍ້ສັງເກດດັ່ງກ່າວຖືກ EIU ຍົກອອກມາ ໂດຍອີງຕາມຕົວເລກຫລ້າສຸດຂອງກົມໃຫຍ່ສະຖິຕິຫວຽດນາມ.
EIU ຄາດຄະເນວ່າເສດຖະກິດຫວຽດນາມສືບຕໍ່ເຕີບໂຕຢ່າງແຮງໃນໄລຍະຈະມາເຖິງ. ການສົ່ງອອກຍັງກວມອັດຕາສ່ວນຫຼາຍໃນອົງປະກອບ GDP ຂອງຫວຽດນາມ. ໄພເງິນເຟີ້, ລາຄາໃຊ້ສອຍສືບຕໍ່ໄດ້ຮັບການຄວບຄຸມເປັນຢ່າງດີໃນໄລຍະຈະມາເຖິງ, ສ້າງເງື່ອນໄຂສະດວກເພື່ອປັບປຸງນະໂຍບາຍເງິນຕາໃຫ້ເໝາະສົມ. ແລະກໍ່ຕາມ EIU, ປີ 2015 ກໍ່ຈະເຫັນປະຈັກຕາສັນຍານທີ່ຕັ້ງໜ້າສຳລັບພື້ນຖານເສດຖະກິດອາເມລິກາ ແລະ ພື້ນຖານເສດຖະກິດສະຫະພາບເອີລົບ - ເຊິ່ງແມ່ນຕະຫຼາດສົ່ງອອກສິນຄ້າອັບດັບໜຶ່ງຂອງວິສາຫະກິດຫວຽດນາມ.