ພາບປະກອບ:internet
|
(vovworld)-ວັນທີ 12/4, ສະຫະພາບເອີລົບ EU ສະເຫນີ ເກຼັກ ຮອດວັນທີ 20/4 ຈະມາເຖິງ ຕ້ອງຍື່ນສະເຫນີບັນຊີລາຍຊື່ບັນດາການປະຕິຮູບຂອງປະເທດນີ້. ຖ້າຫາກບັນຊີລາຍຊື່ນີ້ໄດ້ຮັບການຮັບຮູ້, Athens ຈະໄດ້ປ່ອຍເງິນສ່ວນຫນູນຊ່ວຍສຸດທ້າຍໃນໂຄງການຫນູນຊ່ວຍດ້ວຍຈຳນວນເງິນຫລາຍຕື້ ເອີໂຣ ຊື່ງ EU ແລະ ກອງທຶນເງິນຕາສາກົນ ໄດ້ເຫັນດີສະຫງວນໃຫ້ແກ່ ເກຼັກ. ໃນໄລຍະຜ່ານມາ, ບັນດານັກເຈລະຈາ ເກຼັກ ແລະ EU ໄດ້ຊອກຫາວິທີເພື່ອແກ້ໄຂສະພາບຈົນຕະແຈເພື່ອປ່ອຍເງິນ 7,2 ຕື້ ເອີໂຣ ສ່ວນຫຍັງເຫລືອໃຫ້ແກ່ເກຼັກ ໃນໂຄງການຫນູນຊ່ວຍ 240 ຕື້ ເອີໂຣ.