EUຈັດກອງປະຊຸມສຸດຍອດກ່ຽວກັບບັນຫາເກຼັກໃນວັນທີ12/7

EUຈັດກອງປະຊຸມສຸດຍອດກ່ຽວກັບບັນຫາເກຼັກໃນວັນທີ12/7 - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ເກຼັກ Alexis Tsipras
ພາບ:motthegioi.vn

(vovworld)- ວັນ​ທີ 7/7, ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຕາ​ລີ Matteo Renzi ຖະ​ແຫລງວ່າ: 28 ປະ​ເທດ ສະ​ມາ​ຊິກ EU ຈະ​ຈັດ​ກອ​ງ​ປະ​ຊຸມ​ສຸດຍອດ ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ກິດ​ການ​ຫນີ້​ສິນ​ຂອງ ເກຼັກ ໃນ​ວັນ​ທີ 12/7 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ຕໍ່​ນັກ​ຂ່າວ​ພາຍ​ຫລັງ​ກອງ​ປະ​ຊຸມ​ດ່ວນ​ຂອງ​ບັນ​ດາ​ການ​ນຳ​ພາກ​ພື້ນ​ໃຊ້​ສະ​ກຸ​ນ​ເງິນ ເອີ​ລົບ ສິ້​ນ​ສຸດ ຫາກບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃດ, ທ່ານ Renzi ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຈະ​ມີ​ມາດ​ຕະ​ການ​ຫນຶ່ງ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ໃຫ້​ແກ່ ເກຼັກ ຈະ​ຖືກ​ຍົກ​ອອກ​ມາ​ໃນ​ວັນ​ທີ 12/7 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ