EU ຍັງມີຄວາມບໍ່ລົງລອຍກັນກ່ຽວກັບ ການຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດໃຫ້ແກ່ຝ່າຍຄ້ານຊີຣີ
(ພາບປະກອບ)
(vovworld) - ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກສະຫະພາບເອີລົບ (EU) ເຂົ້າຮ່ວມກອງປະຊຸມຢູ່ແບນຊິກ ເມື່ອວັນທີ 27/05, ໄດ້ບັນລຸການປະນິປະນອມເພື່ອຕໍ່ກຳລັງແຮງໃຫ້ແກ່ຄວາມມານະພະຍາຍາມຂອງອາເມລິກາ ແລະ ລັດເຊຍ ທີ່ນຳບັນດາຝ່າຍເຂົ້າຮ່ວມການສູ້ຮົບຢູ່ຊີຣີ ເຂົ້າຮ່ວມກອງປະຊຸມສັນຕິພາບຢູ່ສະວິດ ໃນເດືອນ 6 ຈະມາເຖິງ. ແຕ່ວ່າ, ບັນດາປະເທດ EU ຍັງມີຄວາມບໍ່ລົງລອຍກັນກ່ຽວກັບການຍົກເລີກຄຳສັ່ງຂວ້ຳບາດດ້ານອາວຸດໃຫ້ແກ່ກຳລັງຝ່າຍຄ້ານຢູ່ຊີຣີ ເມື່ອຄຳສັ່ງຂວ້ຳບາດຈະໝົດພົນສັກສິດໃນທ້າຍອາທິດນີ້. ອັງກິດ, ຝລັ່ງ, ອີຕາລີ ແລະ ແອດສປາຍ ພວມຂົນຂວາຍບັນດາປະເທດຄູ່ຮ່ວມມືປັບປຸງຄຳສັ່ງຂວ້ຳບາດດ້ານອາວຸດທີ່ພວມປະຕິບັດ ເພື່ອຍູ້ດູນການທະຫານຫງ່ຽງໃສ່ຝ່າຍຕ້ານອຳນາດການປົກຄອງຂອງທ່ານປະທານາທິບໍດີ Bashar Al Assaf ນີ້, ແຕ່ຫລາຍປະເທດສະມາຊິກຂອງ EU ໄດ້ຄັດຄ້ານຢ່າງຮຸນແຮງ. ກ່ຽວຂອງເຖິງກອງປະຊຸມທີ່ຈະມາເຖິງຢູ່ສະວິດ. ວັນທີ 26/05 ກຳລັງຝ່າຍຄ້ານຊີຣີຈະຈັດກອງປະຊຸມຢູ່ຕວກກີ ເຊິ່ງໃຫ້ຮູ້ວ່າ ກຳລັງນີ້ເຫັນດີກັບຫຼັກໝັ້ນເຂົ້າຮ່ວມກອງປະຊຸມ ເຊິ່ງຖືກຈັດຂຶ້ນຕາມຂໍ້ລິເລີ່ມຂອງລັດເຊຍ ແລະ ອາເມລິກາ. ກຳລັງນີ້ກໍເນັ້ນໜັກວ່າບໍ່ວ່າກໍລະນີໃດໆ, ທ່ານປະທານນາທິບໍດີ Assad ຕ້ອງປະລະສິດອຳນາດ.