EU ຍູ້ແຮງການຕ້ານການໜີພາສີ
vovworld) - ນັບແຕ່ນີ້ຮອດທ້າຍປີ ຕ້ອງຍົກເລີກທຸກຄວາມປິດລັບຢູ່ບັນດາທະນາຄານເພື່ອຫລີກລ້ຽງສະພາບຮົ່ວໄຫລເງິນນັບພັນຕື້ ເອີໂຣໃນແຕ່ລະປີ ນັ້ນແມ່ນຈຸດໝາຍຊື່ງບັນດາການນຳ ສະຫະພາບເອີລົບ ເປັນເອກະພາບນຳກັນທີ່ກອງປະຊຸມສຸດຍອດຂອງອົງການນີ້ ທີ່ຖືກໄຂຂຶ້ນໃນວັນທີ 22/5 ຢູ່ ແບນຊິກ. ຕາມການຄາດຄະເນຂອງອົງການ Oxfam, ປະຈຸບັນ ມີກວ່າ 12.000 ຕື້ USD ແມ່ນຈຳນວນເງິນໜີພາສີກ່ຽວຂ້ອງເຖິງ ອີຢູ, ໃນນັ້ນ ອັງກິດ ແລະ ບັນດາປະເທດເມືອງຂຶ້ນຂອງອັງກິດກວມກວ່າເຄິ່ງຫນຶ່ງ. ປະຈຸບັນ ກົນໄກແລກປ່ຽນຂໍ້ມູນຂ່າວສານຂອງທະນາຄານພຽງແຕ່ນຳໃຊ້ສຳລັບບັນຊີເງິນຝາກເທົ່ານັ້ນ. ສະນັ້ນ ການນຳຈຳນວນຫນື່ງໃນ ອີຢູ ຢາກເປີດກວ້າງກົນໄກນີ້ໄປສູ່ບ້ວງພາສີຂອງບໍລິສັດ, ຍ້ອນປະຈຸບັນ ບາງບໍລິສັດໃຫຍ່ຖືກຕຳນິຕິຕຽນວ່າ ພຽງແຕ່ເສຍພາສີໃນລະດັບຕ່ຳເທົ່ານັ້ນ.