(ພາບ:cand.com.vn)
(vovworld)- ໂຄສົກຂອງຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດຂອງສະຫະພາບເອີລົບ (EU) ຈະຈັດການປະຊຸມດ່ວນໃນວັນທີ 21/8 ເພື່ອພິຈາລະນາການພົວພັນຂອງກຸ່ມນີ້ກັບອີຢີບ ຄືນໃໝ່. ວົງການເຈົ້າໜ້າທີ່ການທູດຂັ້ນສູງຂອງບັນດາປະເທດສະມາຊິກ EU ໄດ້ຍົກອອກຂໍ້ຕົກລົງດັ່ງກ່າວໃນການປະຊຸມກຽມເມື່ອວັນທີ 19/8 ຢູ່ບຣຸກແຊນ ປະເທດແບນຊິກ ເພື່ອປຶກສາຫາລືກ່ຽວກັບສະພາບການຈະລາຈົນອັນນອງເລືອດທີ່ນັບມື້ນັບຮ້າຍແຮງຢູ່
ອີຢີບ. ບັນດາຜູ້ຕາງໜ້າໃນຄະນະກຳມະການການເມືອງ ແລະ ປ້ອງກັນຄວາມສະຫງົບຂອງ EC ໄດ້ຮັບຄຳຮຽກຮ້ອງຫລຸດຜ່ອນເວລາພັກຜ່ອນເພື່ອພິຈາລະນາ ຍົກອອກຫຼັກໝັ້ນລວມຂອງກຸ່ມກ່ຽວກັບສະພາບການຢູ່ອີຢີບ ໃນສະພາບການທີ່ຈຳນວນຜູ້ເສຍຊີວິດຍ້ອນການໃຊ້ຄວາມຮຸນແຮງໃນ 5 ວັນຜ່ານມາຢູ່ປະເທດນີ້ ໄດ້ຂຶ້ນເຖິງເກືອບ 800 ຄົນແລ້ວ. ໃນແຈ້ງການຮ່ວມສະບັບໜຶ່ງ, ທ່ານປະທານສະພາເອີລົບ Herman Van Rompuy ແລະ ທ່ານປະທານ EC Jose Manuel Baroso ໄດ້ຊີ້ແຈ້ງວ່າ: ບັນດາການຜັນແປຫວ່າງແລ້ວນີ້ຢູ່ອີຢີບ, ໂດຍສະເພາະແມ່ນການປະທະກັນອັນນອງເລືອດຄັ້ງຕ່າງໆໃນ 2,3 ມື້ຜ່ານມາ ແມ່ນ “ໜ້າວິຕົກວັງວົນພິເສດ“. ເຈົ້າໜ້າທີ່ຂັ້ນສູງສອງທ່ານນີ້ໄດ້ກ່າວເຕືອນວ່າ: ການໃຊ້ຄວາມຮຸນແຮງສືບຕໍ່ປິນຂັ້ນໄດຈະພາໄປເຖິງບັນດາຜົນຮ້າຍທີ່ບໍ່ສາມາດຄາດຄະເນໄດ້ສຳລັບອີຢີບ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ. ເຂົາເຈົ້າຖືວ່າ ສິ່ງສຳຄັນທີ່ສຸດໃນຈຸດເວລານີ້ແມ່ນຕ້ອງຢຸດຕິການໃຊ້ຄວາມຮຸນແຮງໂດຍທັນທີ່.