EU ບໍ່ເຈລະຈາກ່ຽວກັບບັນຫາ Brexit ຄືນໃໝ່

(VOVWORLD) - EU ຈະບໍ່ເຈລະຈາຂໍ້ຕົກລົງ Brexit ຄືນໃໝ່ ແລະ ເນັ້ນໜັກວ່າທັດສະນະຂອງ EU ແມ່ນລາຊະອານາຈັກ ອັງກິດ ຈະຖອນຕົວອອກຈາກ EU ໃນວັນທີ 29 ມີນາ 2019.
EU ບໍ່ເຈລະຈາກ່ຽວກັບບັນຫາ Brexit ຄືນໃໝ່ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ ແລະ ທ່ານປະທານຄະນະກຳມະການເອີລົບ Jean-Claude Juncker

ສະຫະພາບເອີລົບ (EU) ຈະບໍ່ເຈລະຈາກ່ຽວກັບຂໍ້ຕົກລົງ ອັງກິດ ຖອນຕົວອອກຈາກ EU (Brexit) ຄືນໃໝ່, ເຊິ່ງບັນດາການນຳຂອງກຸ່ມນີ້ ແລະ ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ບັນລຸໄດ້ຂໍ້ຕົກລົງດັ່ງກ່າວເມື່ອເດືອນກ່ອນ. ເມື່ອແລກປ່ຽນກັບສື່ມວນຊົນໃນວັນທີ 10 ທັນວາ, ທ່ານນາງ Mina Andreeva, ໂຄສົກຂອງຄະນະກຳມະການ ເອີລົບ ໄດ້ຢັ້ງຢືນວ່າ: EU ຈະບໍ່ເຈລະຈາຂໍ້ຕົກລົງ Brexit ຄືນໃໝ່ ແລະ ເນັ້ນໜັກວ່າທັດສະນະຂອງ EU ແມ່ນລາຊະອານາຈັກ ອັງກິດ ຈະຖອນຕົວອອກຈາກ EU ໃນວັນທີ 29 ມີນາ 2019.

        ຕາມແຜນການໃນເບື້ອງຕົ້ນແລ້ວ, ຄາດວ່າ, ສະພາແຫ່ງຊາດ ອັງກິດ ຈະດຳເນີນການປ່ອນບັດກ່ຽວກັບຂໍ້ຕົກລົງ Brexit ໃນວັນທີ 11 ທັນວາ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນວັນທີ 10 ທັນວາ, ທ່ານນາງນາຍົກລັດຖະມົນຕີ Theresa May ໄດ້ຕົກລົງໂຈະເລື່ອງນຳຂໍ້ຕົກລົງ Brexit ອອກມາເພື່ອປ່ອນບັດຮັບຮອງເອົາທີ່ສະພາຕ່ຳ.

ຕອບກັບ

ຂ່າວ/ບົດ​ອື່ນ