EU ຮັບຮອງເອົາບັນດາ ມາດຕະການລົງໂທດໃໝ່ແນໃສ່ ລັດເຊຍ
(ພາບປະກອບ)
(vovworld) – ທີ່ການປະຊຸມວິສາມັນຂອງເອກອັກຄະລັດຖະທູດ 28 ປະເທດສະມາຊິກສະຫະພາບເອີລົບ (EU) ໂດຍທ່ານປະທານສະພາເອີລົບ Herman Van Rompuy ຮຽກໂຮມ ດຳເນີນໄປໃນທ້າຍວັນທີ 08/09, EU ເຫັນດີເພີ່ມບັນດາມາດຕະການລົງໂທດແນໃສ່ລັດເຊຍ ທີ່ກ່ຽວຂ້ອງເຖິງວິກິດການຢູ່ຢູແກຼນ. ແຕ່ວ່າ, ບັນດາມາດຕະການດັ່ງກ່າວຍັງບໍ່ທັນມີຜົນບັງຄັບໃຊ້ ແລະ EU ຖະແຫຼງວ່າພ້ອມແລ້ວຈະພິຈາລະນາຄືນ ຖ້າຫາກຄຳສັ່ງຢຸດຍິງຢູ່ຢູແກຼນ ຕາເວັນອອກ ໄດ້ແກ່ຍາວ ຫຼື ບັນດາຝ່າຍດຳເນີນການເຈລະຈາກ່ຽວກັບຂໍ້ຕົກລົງສັນຕິພາບ. ທ່ານປະທານ Herman Van Rompuy ຢືນຢັນວ່າ ໂດຍອີງໃສ່ການຜັນແປ່ຂອງສະພາບການ, EU ພ້ອມແລ້ວຈະພິຈາລະນາຄືນສ່ວນໜຶ່ງໃນບັນດາມາດຕະການລົງໂທດໃໝ່ດັ່ງກ່າວ.