(vovworld) – ລັດເຊຍ ຖືກເສຍຫາຍປະມານ 25 ຕື້ເອີໂລ ໃນປີ 2015 ຍ້ອນບັນດາມາດຕະການລົງໂທດຂອງສະຫະພາບເອີລົບ (EU), ໃນຂະນະທີ່ຄວາມເສຍຫາຍເຊິ່ງ EU ຕ້ອງຮັບຍ້ອນບັນດາມາດຕະການຄ້າຍຄືກັນຈາກມົດສະກູ ໃນຮອບເວລາ 2 ປີ (2014 - 2015) ແມ່ນ 90 ຕື້ເອີໂລ. ນີ້ແມ່ນການຕີລາຄາຂອງທ່ານລັດຖະມົນຕີຊ່ວຍວ່າການຜູ້ທີ່ໜຶ່ງ ກະຊວງພັດທະນາເສດຖະກິດລັດເຊຍ Alexey Likhachev ເຊິ່ງໄດ້ຍົກອອກມາໃນວັນທີ 13/01. ຕາມທ່ານ Likhachev ແລ້ວ, EU ຖືກເສຍຫາຍ 40 ຕື້ເອີໂລ ໃນປີ 2014 ແລະ ເສຍຫາຍຕື່ມອີກ 50 ຕື້ເອີໂລໃນປີຕໍ່ໄປເມື່ອລັດເຊຍ ປະຕິບັດບັນດາມາດຕະການໂຕ້ຕອບ ຄຳສັ່ງລົງໂທດເຊິ່ງ EU ໄດ້ຈັດວາງສຳລັບມົດສກູ ທີ່ກ່ຽວຂ້ອງເຖິງວິກິດການຢູ່ຢູແກຼນ.