EU ແລະ ຫວຽດນາມກ້າວໄປເຖິງການລົງນາມຂໍ້ຕົກລົງການຄ້າເສລີສອງຝ່າຍ

EU ແລະ ຫວຽດນາມກ້າວໄປເຖິງການລົງນາມຂໍ້ຕົກລົງການຄ້າເສລີສອງຝ່າຍ - ảnh 1
(ພາບ​ປະ​ກອບ)

(vovworld) ​ ​ວັນ​ທີ 27/11 ​ເຄືອ​ຂ່າຍ​ຂ່າວອິນ​ເຕີ​ແນັດຂອງ​ເອີ​ລົບ Euro Presse Image  ​ໄດ້​ມີ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ EU - ຫວຽດນາມ: ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ສອງ​ຝ່າຍ ”. ບົດ​ຂຽນ​ໄດ້​ເນັ້ນ​ໜັກ​ວ່າ: ພາຍຫຼັງ​ການ​ເຈລະຈາ​ເປັນ​ເວລາ 2 ປີ, ສະຫະພາບ​ເອີ​ລົບ (EU) ​ແລະ ​ຫວຽດນາມ​ພວມ​ຄ່ອຍໆ​ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ (EVFTA). EVFTA ​ໄດ້​ຍົກ​ເລີກ​ຮົ້ວ​ພາສີ ​ແລະ ​ເປີດ​ປະຕູ​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ຫວຽດນາມ​ໃຫ້​ບັນ​ດາ​ວິ​ສາ​ຫະກິດ​ເອີ​ລົບ. ບົດ​ຂຽນ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ ດ້ວຍຂອບ​ຂະໜາດ ​ແລະ ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ພັດທະນາ​ລົງທຶນ​ຂອງ EU ຫວຽດນາມ​ມີ​ກາລະ​ໂອກາດ​ກາຍ​ເປັນ​ປະ​ເທດ​ທາງ​ຜ່ານ​ເຊື່ອມ​ຕໍ່​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ EU ​ໃນ​ພາກ​ພື້ນ ສິ່ງ​ດັ່ງກ່າວ​ຈະ​ຊຸກຍູ້​ວິວັດ​ການ​ຫັນປ່ຽນ​ອົງປະກອບ​ເສດຖະກິດ​, ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ ຕາມ​ທິດ​ຕັ້ງໜ້າ​ຂອງ​ຫວຽດນາມ. ​ເລື່ອງ​ສຳ​ເລັດ​ສັນຍາ FTA ຈະ​ຊ່ວຍ​​ໃຫ້​ຫວຽດນາມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ທົ່ວ​ໂລກ​ສຳ​ເລັດ​ຜົນ ​ໃນ​ຖານະ​ແມ່​ນພື້ນຖານ​ເສດຖະກິດ​ການ​ຕະຫຼາດ.

ຂ່າວ/ບົດ​ອື່ນ