EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022

(VOVWORLD) -ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ຈະຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ (GEFE) 2022” ໃນລະຫວ່າງວັນທີ 28 – 30 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 - ảnh 1ທີ່ການປະຊຸມຖະແຫຼງຂ່າວ
(ພາບ: congthuong.vn)

ເຫດການໄດ້ຈັດຂຶ້ນເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ບັນລຸຄຳໝັ້ນສັນຍາທີ່ກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ແລະ ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ ເຊິ່ງໄດ້ຍົກອອກມາໃນຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ ໄລຍະ 2021 – 2030. ນີ້ແມ່ນຂໍ້ມູນເຊິ່ງ EuroCham ປະກາດທີ່ການປະຊຸມຖະແຫຼງຂ່າວໃນວັນທີ 24 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ.

ເຫດການແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ເອີລົບ ແລະ ຫວຽດນາມ ຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ພັດທະນາຕາມທິດຂຽວ, ຍືນຍົງ ຜ່ານບັນດາຂໍ້ລິເລີ່ມແບ່ງປັນດ້ານວິຊາສະເພາະ ແລະ ຖ່າຍທອດເຕັກໂລໂຊຊີ.

ຕອບກັບ

ຂ່າວ/ບົດ​ອື່ນ