Festivalວັດທະນະທຳສະເຫຼີມສະຫຼອງ20ປີແຫ່ງວັນສ້າງຕັ້ງການພົວພັນລັດເຊຍ-ອາຊຽນ
Festival ພົບປະແລກປ່ຽນວັດທະນະທຳ
ສະແດງສິລະປະ ລັດເຊຍ - ອາຊຽນ
(ພາບ: vietnam+)
(vovworld) - ໃນຂອບເຂດການເຄື່ອນໄຫວສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມເຈລະຈາລະຫວ່າງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະພັນ ລັດເຊຍ, ຕອນບ່າຍວັນທີ 19/05, ຢູ່ນະຄອນ Sochi ສະຫະພັນ ລັດເຊຍ ໄດ້ດຳເນີນ Festival ພົບປະແລກປ່ຽນວັດທະນະທຳສະແດງສິລະປະ ລັດເຊຍ - ອາຊຽນ. ສະຫະພັນ ລັດເຊຍ ແລະ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ໄດ້ແນະນຳບັນດາລາຍການພິເສດທີ່ສຸດ, ນຳ ວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຊາດຂອງຕົນເຖິງເພື່ອນມິດສາກົນ. ລາຍການສະແດງສິລະປະ ຫວຽດນາມ ລວມມີບັນດາລາຍການຟ້ອນລຳທຳເພງພື້ນເມືອງ ໂດຍບັນດານັກສີລະປິນໂຮງລະຄອນຟ້ອນລຳທຳເພງພື້ນເມືອງ ຫວຽດບັກ ສະແດງ. ຫວຽດນາມ ກໍ່ໄດ້ວາງສະແດງບັນດາຮູບແຕ້ມແນະນຳຄວາມງາມຂອງປະເທດຊາດ ແລະ ຊາວ ຫວຽດນາມ, ຜະລິດຕະພັນເຄື່ອງສິລະປະຫັດຖະກຳບາງປະເພດ, ເຄື່ອງປັ້ນດິນເຜົາ ແລະ ເຄື່ອງດົນຕີພື້ນເມືອງ ຫວຽດນາມ.