Festival ຊາວ​ໜຸ່ມ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

(VOVWORLD) -ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ສະໜາມຫຼວງ ດົງກິງເຫັງຍທຸກ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີໄຂ Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້, ເຊື່ອມຕໍ່ນໍ້ຳໃຈສາມັກຄີຂອງຊາວໜຸ່ມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຕ້ອນຮັບ ຊີເກມ 31.

        ເພື່ອຂ່ຳນັບຮັບຕ້ອນງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31), ຕອນເຊົ້າວັນທີ 7 ພຶດສະພາ, ຢູ່ສະໜາມຫຼວງ ດົງກິງເຫັງຍທຸກ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີໄຂ Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້, ເຊື່ອມຕໍ່ນໍ້ຳໃຈສາມັກຄີຂອງຊາວໜຸ່ມບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຕ້ອນຮັບ ຊີເກມ 31.

        Festival ຊາວໜຸ່ມ ອາຊີຕາເວັນອອກສ່ຽງໃຕ້ ດຳເນີນຢູ່ສະຖານທີ່ບາງແຫ່ງອ້ອມໜອງ ຮວ່ານກ໊ຽມ ດ້ວຍການເຄື່ອນໄຫວຫຼາຍຢ່າງ ເຊັ່ນ “ງານວາງສະແດງດອກໄມ້ປະຈຳຊາດ - ຊຸດອາພອນປະຈຳຊາດ ແລະ ແນະນໍາວັດທະນະທຳຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້”; ຮ້ານວາງສະແດງອາຫານການກິນ ອາຊີຕາເວັນອອກສ່ຽງໃຕ້; ແຕ້ມແຜນທີ່ ແລະ ຍ່າງຕອບສະໜອງ “ເພື່ອພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ສາມັກຄີ”; ງານມະໂຫລານສະແດງສິລະປະຢູ່ຕາມທ້ອງຖະໜົນ… ພິເສດ, ຄະນະຜູ້ແທນຂອງ 11 ປະເທດສະມາຊິກ ອາຊີຕາເວັນອອກສ່ຽງໃຕ້ ໄດ້ມາຢ້ຽມຢາມ ຮ່າໂນ້ຍ, ຄົ້ນຫາທັດສະນີຍະພາບຕ່າງໆຂອງ ຮ່າໂນ້ຍ ແລະ ບາງສະຖານທີ່ແຂ່ງຂັນກິລາ ຊີເກມ 31… ໃນຕອນຄ່ຳຂອງວັນດຽວກັນ, ກໍດຳເນີນ ງານລາຕີ ສິລະປະ ແລະ ງານສະແດງດົນຕີຂອງນັກສຶກສາຕ້ອນຮັບ ຊີເກມ 31…

ທູຮັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ