Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ

(VOVWORLD) - Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ 2024 ລວມມີຫຼາຍເນື້ອໃນທີ່ເປັນເອກະລັກສະເພາະ
Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ 2024 ໄດ້ໄຂຂຶ້ນຢ່າງເປັນທາງການ - ảnh 1

        ຢູ່ເຂດຖະໜົນຍ່າງໜອງ ຮ່ວານກຽມ, ຮ່າໂນ້ຍ, ພວມຈັດງານບຸນ ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ (Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ 2024) ແຕ່ວັນທີ 19 – 22 ກັນຍາ, ປະກອບດ້ວຍລາຍການ, ການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນ, ເປັນເອກະລັກສະເພາະ ໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼາຍ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງນະຄອນເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2024).

        ກ່າວຄຳເຫັນທີ່ພິທີໄຂຈັດຂຶ້ນໃນຕອນຄ່ຳວັນທີ 20 ກັນຍາ, ທ່ານ ຫງວຽນແອັງເຢືອງ, ຫົວໜ້າສູນສົ່ງເສີມການລົງທຶນ, ການຄ້າ, ທ່ອງທ່ຽວນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ:

        “ໃນບັນຍາກາດຂອງລະດູໃບໃມ້ຫຼົ່ນ, ນະຄອນ ຮ່າໂນ້ຍ ໄດ້ໄຂ Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ ຄັ້ງທີ 2 ຂຶ້ນຢ່າງສົມກຽດ, ດ້ວຍຫົວຂໍ້ “ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ”- ລະດູໃບໃມ້ຫຼົ່ນແຫ່ງປະຫວັດສາດ”. ລາຍການແມ່ນຜະລິດຕະພັນທ່ອງທ່ຽວເພື່ອຢັ້ງຢືນເຄື່ອງໝາຍການຄ້າ, ຊຸກຍູ້ການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖິ່ນໃຫ້ມີປະສິດທິຜົນ, ສ້າງກຳລັງໜູນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ”.

        Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ 2024 ລວມມີຫຼາຍເນື້ອໃນທີ່ເປັນເອກະລັກສະເພາະ, ຄື: ຮູບຈຳລອງ “ເສົ້າທຸງ ຮ່າໂນ້ຍ”, “ສະຖານີລົດໄຟ ຮ່າງກໍ - ຖ້ຽວລົດໄຟປະຫວັດສາດ”, “ໂອກວານເຈືອງ”… ພ້ອມກັນນັ້ນແມ່ນເຂດແນະນຳບັນດາເຍື່ອງອາຫານທີ່ເປັນມູນເຊື້ອ, ຄື: ເຟີ ຮ່າໂນ້ຍ, ເຂົ້າເໝົ້ນບ້ານ ວ່ອງ… ເຂົ້າຮ່ວມ Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ, ແຂກທ່ອງທ່ຽງໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າໄດ້ພານ້ອງຊາຍແມ່ນນັກຮົບເກາະ ເຈື່ອງຊາ ມາຢ້ຽມຢາມ ຮ່າໂນ້ຍ, ພໍດີແມ່ນກົງກັບວັນໄຂ Festival ລະດູໃບໃມ້ຫຼົ່ນ ຮ່າໂນ້ຍ. ຂ້າພະເຈົ້າ ແລະ ນ້ອງຊາຍໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງເຄື່ອງທີ່ເປັນມູນເຊື້ອ, ແລະ ແນະນຳບັນດາທິວທັດທຳມະຊາດຜ່ານບັນດາຮູບຈຳລອງ”.

        “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນດາຮູບຈຳລອງກ່ຽວກັບທິວທັດທຳມະຊາດດີເດັ່ນຂອງ ຮ່າໂນ້ຍ. ຮູບຈຳລອງໄດ້ຜະລິດອອກຄືກັນກັບມໍລະດົກ ແລະ ບັນດາເຮືອນໃນເມື່ອກ່ອນ, ບັນດາຮ້ານວາງສະແດງມີບັນດາຜະລິດຕະພັນທີ່ເປັນມູນເຊື້ອຂອງ ຮ່າໂນ້ຍ ຢ່າງຄົບຖ້ວນ.”

ລາຍການມີການເຂົ້າຮ່ວມຂອງຫຼາຍຫົວໜ່ວຍ: ສະຫະສະມາຄົມທ່ອງທ່ຽວ ຮ່າໂນ້ຍ, ສະຫະສະມາຄົມທ່ອງທ່ຽວ ຮ່ວານກຽມ, ສະໂມສອນທ່ອງທ່ຽນະຄອນຫຼວງ; ສະໂມສອນທ່ອງທ່ຽວ UNESCO ຮ່າໂນ້ຍ; 12 ແຂວງ, ນະຄອນເຂົາຮ່ວມການໂຄສະນາທ່າແຮງດ້ານທ່ອງທ່ຽວຂອງທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວ, ຮາກຖານຜັກຜ່ອນໃນບໍລິເວນນະຄອນຈຳນວນໜຶ່ງໄດ້ຈົດທະບຽນເຂົ້າຮ່ວມເພື່ອແນະນຳບັນດາຜະລິດຕະພັນ, ລາຍການທ່ອງທ່ຽວ, ດ້ວຍບັນດາໂວເຈີສົ່ງເສີມການຄ້າ, ກະຕຸນຄວາມຕ້ອງການ.

ຕອບກັບ

ຂ່າວ/ບົດ​ອື່ນ