Festival ເຫ້ວ 2018: ມີຫຼາຍລາຍການສິລະປະໄດ້ຮັບຄວາມລໍຄອຍຈາກມະຫາຊົນ

(VOVWORLD) - Festival ເຫ້ວ 2018 ຍັງມີຫຼາຍງານບຸນ, ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຄື: ງານບຸນຕາມທ້ອງຖະໜົນ “ສີສັນວັດທະນະທຳ”, “ອະລິຍະທຳເຂດພະລາດຊະວັງ”

Festival ເຫ້ວ 2018 ຈະຈັດຕັ້ງໃນເວລາ 6 ວັນ, ແຕ່ວັນທີ 27/4 – 2/5 ເຊິ່ງລວມມີ 9 ລາຍການ, ງານບຸນຕົ້ນຕໍ ແລະ 33 ການເຄື່ອນໄຫວຕອບສະໜອງ ຄວາມສົນໃຈ ແລະ ຄວາມລໍຄອຍຈາກມະຫາຊົນ. ທີ່ Festival ເຫ້ວ 2018, ຄຸນຄ່າດ້ານວັດທະນະທຳຂອງພຸດທະສາສະໜາ ກໍ່ໄດ້ຮັບການເຊີດຊູຜ່ານລາຍການ “ຄວາມເຊື່ອໝັ້ນ”.

        Festival ເຫ້ວ 2018 ຍັງມີຫຼາຍງານບຸນ, ລາຍການສະແດງສິລະປະທີ່ເປັນເອກະລັກສະເພາະຄື: ງານບຸນຕາມທ້ອງຖະໜົນ “ສີສັນວັດທະນະທຳ”, “ອະລິຍະທຳເຂດພະລາດຊະວັງ”… ສ້າງຄວາມໂດດເດັ່ນທີ່ຈັບໃຈ. ທ່ານ ຫງວຽນຢູງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ, ຫົວໜ້າຄະນະຈັດຕັ້ງ Festival ເຫ້ວ 2018, ໃຫ້ຮູ້ວ່າ:

        “ນອກຈາກພິທີໄຂ ແລະ ອັດງານບຸນ ແລ້ວຍັງມີລາຍການພົ້ນເດັ່ນແມ່ນ “ອະລິຍະທຳພະລາດຊະວັງ”, ເຊິ່ງແມ່ນລາຍການໄດ້ຮັບການຈັດຕັ້ງຢ່າງລະອຽດລະອໍ ແລະ ພາຍຫຼັງການສະແດງລາຍການສຳເລັດຈະໄດ້ເກັບຮັກສາໄວ້ເພື່ອສະແດງໃນຍາມຄ່ຳຄືນຢູ່ພະລາດຊະວັງ. ລາຍການດົນຕີກ່ຽວກັບນັກປະພັນດົນຕີ ຈິງກົງເຊີນ, ລາຍການດົນຕີ ກ່ຽວກັບແມ່ນ້ຳເຮືອງ ໄດ້ຫັນເປັນຂອງທົ່ວສັງຄົມ ແລະ ໄດ້ຮັບການປະຕິບັດຢູ່ບົນໜ້ານ້ຳ. ທັງໝົດເລົ່ານັ້ນໄດ້ສ້າງຮູບພາບດຶງດູດ, ໃໝ່ອ່ຽມ ໃຫ້ແກ່ງານບຸນ.”

ຕອບກັບ

ຂ່າວ/ບົດ​ອື່ນ