ພາບປະກອບ ຈາກສຳນັກຂ່າວສານ ຫວຽດນາມ
|
(vovworld) - ວັນທີ 5/10, ສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ບັນດາປະເທດຂຶ້ນກັບສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU), ມີຜົນສັກສິດຢ່າງເປັນທາງການ, ເປີດກາລະໂອກາດພັດທະນາອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ. FTA ລະຫວ່າງ ຫວຽດນາມ ແລະ EAEU ແລະ ບັນດາປະເທດສະມາຊິກ, ເຊິ່ງລວມມີິ: ສະຫະພັນ ລັດເຊຍ, ສ. ເບລາຣຸດ, ສ. ກາຢັກສະຖານ, ສ. ເອກເມເນຍ ແລະ ສ. ກຽກກີສະຖານ. ຕາມສັນຍານີ້, ກ່ວາ 90% ປະເພດສິນຄ້າສົ່ງອອກຂອງ ຫວຽດນາມ ໄປຍັງບັນດາປະເທດນີ້ຈະໄດ້ຍົກເວັ້ນພາສີ. ຕາມການຄິດໄລ່ຂອງຄະນະກຳມະການເສດຖະກິດ ອາຊີ - ເອີລົບ, ເລື່ອງສ້າງຕັ້ງເຂດການຄ້າເສລີລະຫວ່າງ EAEU ກັບ ຫວຽດນາມ ອາດຈະເພີ່ມທະວີວົງເງິນ 2 ຝ່າຍຈາກ 4 ຕື້ USD ໃນປະຈຸບັນຂຶ້ນເຖິງ 8 – 10 ຕື້ USD ໃນອະນາຄົດ. ໃນປີທຳອິດທີ່ສັນຍາມີຜົນສັກສິດ, ບັນດານັກສົ່ງອອກໃນພາກພື້ນຈະປະຢັດໄດ້ຈຳນວນເງິນປະມານ 40 ລ້ານ USD ພາສີ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຂອງບັນດາເອກອັກຄະລັດຖະທູດບັນດາປະເທດສະມາຊິກ ສະຫະພັນເສດຖະກິດ ອາຊີ - ເອີລົບ ຈັດຕັ້ງໃນຕອນເຊົ້າວັນທີ 5/10 ຢູ່ຮ່າໂນ້ຍ, ທ່ານ ດັ້ງຮ່ວາງຫາຍ, ຫົວໜ້າກົມຕະຫຼາດເອີລົບ (ກະຊວງອຸດສາຫະກຳ ການຄ້າ), ໃຫ້ຂໍ້ສັງເກດວ່າ:
“ເຫດການມື້ນີ້ ບໍ່ພຽງແຕ່ເປັນສັນຍານທີ່ເປັນໜ້າຊື່ນຊົມໃຫ້ແກ່ປະຊາຄົມວິສາຫະກິດ ແລະ ຂີດໝາຍມີລັກສະນະຍຸດທະສາດໃຫ້ແກ່ຝ່າຍຕ່າງໆເທົ່ານັ້ນ. ເລື່ອງປະຕິບັດສັນຍາມີປະສິດທິຜົນຈະຊ່ວຍຊຸກຍູ້ການພົວພັນເສດຖະກິດ, ເປີດກ້ວາງການຜະລິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ບັນດາປະເທດໃນສະຫະພັນເສດຖະກິດອີກດ້ວຍ. ຫາກຍັງແມ່ນໜຶ່ງໃນບັນດາສັນຍາລະດັບຊາດ ແລະ ແມ່ນສັນຍາຮອບດ້ານຍ້ອນວ່າບໍ່ພຽງແຕ່ເປີດປະຕູໃຫ້ສິນຄ້າເທົ່ານັ້ນ ຫາກຍັງແມ່ນການລົງທຶນ, ການບໍລິການອີກດ້ວຍ.”