G-20:ເສດຖະກິດທົ່ວໂລກມີສິ່ງທ້າທາຍຫຼາຍຢ່າງໃນປີ 2015

G-20:ເສດຖະກິດທົ່ວໂລກມີສິ່ງທ້າທາຍຫຼາຍຢ່າງໃນປີ 2015 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ​ປະ​ກອບ)

(vovworld) – ບັນດາ​ເຈົ້າ​ໜ້າ​ທີ່​​ການ​ເງິນ ​ແລະ ບັນດາ​ນັກ​ວາງ​ແຜນ​     ນະ​ໂຍບາຍ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກຸ່ມ​ບັນດາພື້ນຖານ​ເສດຖະ ກິດຫາ​ກໍ່​ພົ້ນ​ເດັ່ນ G-20 ​ໄດ້​ຕັກ​ເຕື່ອນການ​​ເຕີບ​ໂຕທີ່​ອ່ອນດ້ອຍ ​ແລະ ບັນດາ​ນະ​ໂຍບາຍ​ເງິນຕາ​ທີ່ຝືນກັນ​ໃນ​ຈຳນວນບັນດາພື້ນຖານ​ເສດຖະກິດ​ອັນ​ດັບ​ໜຶ່ງທີ່​ສາມາດ​ເຮັດ​ໃຫ້​ປີ 2015 ກາຍ​ເປັນ​ປີ​ທີ່​ຫຍຸ້ງຍາກ​ໃຫ້​ແກ່ ພື້ນຖານ​ເສດ​ຖະກິດທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາ​ເຈົ້າ​ໜ້າ​ທີ່​ການ​ເງິນ ​ແລະ ບັນດາ​ການ​ນຳ​ທະນາຄານ​ທີ່ມາ​ຈາກ​ກ່ວາ 40 ປະ​ເທດທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ຄັ້ງ​ທຳ​ອິດ​ຂອງ G-20 ​ໃນ​ອາຍຸ​ການ​​ເປັນ​ປະທານ​ຂອງຕວກກີ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ​ຈີນ ຈູກວາງ​ຢ້າວ ​ໄດ້ຊີ້​ແຈ້ງບັນດາ​ໄພພິບັດ​ສຳລັບ​​ພື້ນ​ຖານເສດຖະກິດ​ໂລກ ​ແລະ ຮຽກ ຮ້ອງ​ພ້ອມ​ກັນ​ມານະ​ພະຍາຍາມ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງນີ້.ການ​ເຕີບ​ໂຕ​ເສດຖະກິດຢ່າງ​ຊັກ​ຊ້າ​ຢູ່​ເອີ​ລົບ​ ກໍ່ແມ່ນ​ໄພພິບັດ​ສຳລັບ​ເສດຖະກິດ​ທົ່ວ​ໂລກ​ເມື່ອ ​ເກັຼກ ກໍ່​ຄວາມ​ຂາດສະຖຽນ​ລະ​ພາບ​​ຕື່ມ​ອີກໃຫ້​​ແກ່​ພາກ​ພື້ນ​ທີ່​ນຳ​ໃຊ້​ເງິນ ​ເອີ​ໂຣ. ກອງ​ທຶນ​ເງິນຕາ​ສາກົນ (IMF) ​ໄດ້​ຫລຸດ​ລະດັບ​ການ​ເຕີບ​ໂຕ​ເສດ​ຖະກິດທົ່ວ​ໂລກ​ໃນ​ເດືອ​ນ 1 ຈາກ 3,8% ລົງ 3,5%. ບັນດາ​ນະ​ໂຍບາຍ​ເງິນຕາທີ່​ຂັດ​ແຍ່ງກັນ ​ແລະ ລາຄາ​ນ້ຳມັນ​ຫລຸດລົງ​ຢ່າງ​ແຮງ​ ກໍ່​ແມ່ນ​ບັນດາ​ໄພພິບັດ​ທີ່ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​​ໃຫ້ເສດຖະກິດ​ທົ່ວ​ໂລກ.


ຂ່າວ/ບົດ​ອື່ນ