G7 ຮັກສາລະດັບເພດານສຳລັບນ້ຳມັນຂອງ ລັດເຊຍ ດ້ວຍລາຄາ 60 USD/ຖັງ
(VOVWORLD) - ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ ລາຄານ້ຳມັນດິບຂອງ ລັດເຊຍ ໄດ້ຂາຍຕ່ຳກວ່າປະມານ 30 USD ເມື່ອທຽບໃສ່ນ້ຳມັນ Brent
(ພາບປະກອບ: TASS/TTXVN)
|
ວັນທີ 17 ເມສາ, ເຈົ້າໜ້າທີ່ບໍ່ເຜີຍຊື່ຂອງສຳພັນທະມິດລາຄາເພດານ, ລວມມີກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແລະ ອົດສະຕາລີ, ໃຫ້ຮູ້ວ່າ ສຳພັນທະມິດນີ້ຈະຮັກສາລາຄານ້ຳມັນທີ່ຂົນສົ່ງຜ່ານທາງທະເລຂອງ ລັດເຊຍ ດ້ວຍລາຄາ 60 USD/ຖັງ, ເຖິງວ່າລາຄານ້ຳມັນດິບໃນທົ່ວໂລກພວມເພີ່ມຂຶ້ນ, ກໍຄືບາງປະເທດຮຽກຮ້ອງຫຼຸດຜ່ອນລາຄາເພດານ ເພື່ອຫຼຸດແຫຼ່ງລາຍຮັບຂອງ ລັດເຊຍ. ເຈົ້າໜ້າທີ່ຜູ້ນີ້ໃຫ້ຮູ້ວ່າ ລາຄານ້ຳມັນດິບຂອງ ລັດເຊຍ ໄດ້ຂາຍຕ່ຳກວ່າປະມານ 30 USD ເມື່ອທຽບໃສ່ນ້ຳມັນ Brent, ສິ່ງດັ່ງກ່າວໝາຍຄວາມວ່າ ຂໍ້ຕົກລົງຈັດວາງລາຄາເພດານໄດ້ມີຜົນສັກສິດໃນເລື່ອງຈຳກັດແຫຼ່ງລາຍຮັບຂອງ ລັດເຊຍ ຫາກຍັງຮັບປະກັນຕະຫຼາດພະລັງງານເປັນປົກກະຕິ. ສຳພັນທະມິດນີ້ຈະສືບຕໍ່ສົມທົບກັນເພື່ອຮັບປະກັນກົນໄກຕິດຕາມ ແລະ ປະຕິບັດຢ່າງມີປະສິດທິຜົນ.