G7 ຮຽກຮ້ອງ ຢຸດຕິວິກິດການອົບພະຍົບ ຢູ່ເຂດຊາຍແດນ ເບລາຣຸດ - ໂປໂລຍໃນທັນທີ
(VOVWORLD) -
ວັນທີ 18 ພະຈິກ, ລັດຖະມົນຕີການຕ່າງປະເທດ ກຸ່ມບັນດາປະເທດ ອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ເລັ່ງໃຫ້ ຢຸດ ຕິວິກິດການອົບພະຍົບຢູ່ເຂດຊາຍແດນລະຫວ່າງ ເບລາຣຸດ ແລະ ໂປໂລຍຢ່າງທັນການ, ຍ້ອນວ່າສິ່ງນີ້ພວມກໍ່ຄວາມສ່ຽງອາດຈະເຮັດໃຫ້ຫຼາຍຄົນເສຍຊີວິດ.
ພາບປະກອບ: TTXVN |
ຖະແຫຼງການຮ່ວມຂອງ G7 ໄດ້ເນັ້ນໜັກວ່າ “ນ້ຳໃຈສາມັກຄີກັບໂປໂລຍ, ກໍ່ຄື ລິດວາ ແລະ ລັດເວຍ” ໂດຍແມ່ນປະເທດທີ່ພວມມານະພະຍາຍາມຮັບມືກັບກະແສຊາວອົບພະຍົບນີ້.
ກໍ່ຄືກັນກັບ ສະຫະພາບ ເອີລົບ (EU), G7 ຖືວ່າ ເບລາຣຸດ ໄດ້ປະໃຫ້ຂະບວນຊາວອົບພະຍົບເດີນທາງໄປຍັງເຂດຊາຍແດນ ເພື່ອຂ້າມຊາຍແດນ ແນໃສ່ໂຕ້ຕອບຄືນມາດຕະການລົງໂທດ ເບລາຣຸດ ທີ່ກ່ຽວຂ້ອງເຖິງ ສະພາບການທາງການເມືອງຢູ່ປະເທດນີ້. ຝ່າຍ ເບລາຣຸດ ຍາມໃດກໍ່ປະຕິເສດ, ຖືນີ້ ແມ່ນຂໍ້ກ່າວຫາທີ່ໄຮ້ເຫດຜົນ. ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ຢັ້ງຢຶນວ່າ ບັນດາປະເທດ ຝ່າຍຕາເວັນຕົກ ແມ່ນຝ່າຍຕ້ອງຮັບຜິດຊອບຕໍ່ບັນຫານີ້, ຍ້ອນການກະທຳແຊກແຊງຂອງເຂົາເຈົ້າ ຈຶ່ງເຮັດໃຫ້ປະຊາຊົນຢູ່ຫຼາຍປະເທດ ຕ້ອງອົບພະຍົບລີ້ໄພຈາກສົງຄາມ.