GCC ໃຫ້ຄຳໝັ້ນສັນຍາບັນລຸໄດ້ມາດຕະການດ້ານການເມືອງໃຫ້ແກ່ການສູ້ຮົບຢູ່ ເຢແມນ
(VOVWORLD) -ວັນທີ 27 ມີນາ, ສະພາການຮ່ວມມືເຂດອ່າວເປີເຊຍ (GCC) ໃຫ້ຄຳໝັ້ນສັນຍາຈະບັນລຸໄດ້ມາດຕະການດ້ານການເມືອງໃຫ້ແກ່ການປະທະກັນຢູ່ ເຢແມນ.
ພາບປະກອບ: TTXVN |
ສຳນັກຂ່າວສານ Anadolu (ຕວັກກີ) ໃຫ້ຮູ້ວ່າ, ທ່ານເລຂາທິການໃຫຍ່ GCC Nayef Al-Hajraf ໃນວັນທີ 27 ມີນາໄດ້ມີການພົບປະກັບ ທ່ານລັດຖະມົນຕີການຕ່າງປະເທດ ເຢແມນ Ahmed bin Mubarak ຢູ່ນະຄອນຫຼວງ Riyadh ຂອງອາຣັບບິ ຊາອຸດິ ເພື່ອປຶກສາຫາລືການຜັນແປສະພາບການຢູ່ເຢແມນ. ແຈ້ງການຂອງ GCC ໄດ້ຊີ້ແຈ້ງວ່າ GCC ໃຫ້ຄຳໝັ້ນສັນຍາຈະຊອກຫາມາດຕະການດ້ານການເມືອງໃຫ້ແກ່ວິກິດການ ເຢແມນ ແລະ ບັນລຸໄດ້ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ສັນຕິພາບຢູ່ປະເທດນີ້. GCC ກໍ່ສະໜັບສະໜູນທຸກຄວາມມານະພະຍາຍາມທີ່ເປັນປະໂຫຍດໃຫ້ຊາວ ເຢແມນ ແລະ ປະກອບສວ່ນເຂົ້າໃນການປັບປຸງສະຖຽນລະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ເຢແມນ.
GCC ໄດ້ເຊື້ອເຊີນບັນດາຝ່າຍທີ່ເຂົ້າຮ່ວມການສູ້ຮົບຢູ່ ເຢແມນໄປຍັງ Riyadh ໃນວັນທີ 29 ມີນາ ເພື່ອປຶກສາຫາລືບັນດາມາດຕະການຟື້ນຟູສັນຕິພາບ ຢູ່ ເຢແມນ. ລັດຖະບານ ເຢແມນໄດ້ຕອບຮັບຄຳເຊື້ອເຊີນໃນຂະນະທີ່ກຳລັງອິດສະລາມ Houthi ທີເປັນປໍລະປັກ ຮຽກຮ້ອງໃຫ້ຈັດຕັ້ງການເຈລະຈາຢູ່ປະເທດເປັນກາງ.