IAEA ກະກຽມການ ກວດກາບໍ່ແຮ່ urani ຂອງອີຣານ
(ພາບປະກອບ)
(vovworld) - ວັນທີ 17/01, ອົງການພະລັງງານປະນະມານູອີຣານ (AEO) ໃຫ້ຮູ້ວ່າ ບັນດາຜູ້ຊ່ຽວຊານນິວເຄຼຍຂອງສະຫະປະຊາຊາດ ຈະກວດກາບໍ່ແຮ່ urani Gachin ຢູ່ພາກໃຕ້ປະເທດອີຣານ ໃນເດືອນນີ້ ພາຍຫຼັງເກືອບ 9 ປີ ນັບແຕ່ການຢ້ຽມຢາມຄັ້ງກອນ. ນີແມ່ນພາກສ່ວນໜຶ່ງຂອງບັນດາມາດຕະການໃນຂອບເຂດຂໍ້ຕົກລົງແມ່ລະຫວ່າງອີຣານ ແລະ IAEA ບັນລຸໄດ້ເມື່ອເດືອນ 11/2013.
ຕາມຂໍ້ຕົກລົງແມ່ດັ່ງກ່າວ, ອີຣານ ແລະ IAEA ໄດ້ເຫັນດີຕໍ່ 6 ຂໍ, ເຊິ່ງ ເຕເຣຣານ ຕ້ອງປະຕິບັດກອນວັນທີ 11/02 ຈະມາເຖິງ. ໃນໄລຍະຕົ້ນຂອງຂໍ້ຕົກລົງ, ບັນດາຜູ້ຊ່ຽວຊານຂອງສະຫະປະຊາຊາດ ໄດ້ໄປກວດກາເຕົາປະຕິກອນນິວເຄຼຍນ້ຳໜັກ Arak ເມື່ອວັນທີ 08/12/2013. ເຕົາປະຕິກອນນິວເຄຼຍດັ່ງກ່າວເຮັດໃຫ້ບັນດາປະເທດມະຫາອຳນາດຝ່າຍຕາເວັນຕົກ ມີຄວາມວິຕົກກັງວົນ ຍ້ອນ Plutoni ເຊິ່ງໂຮງງານນີ້ຜະລິດ ອາດຈະນຳໃຊ້ເພື່ອຜະລິດລະເບີດນິວເຄຼຍ. ບັນດາການເຈລະຈາກັບ IAEA ຈະດຳເນີນຄຽງຄູ່ກັບການເຈລະຈາລະຫວ່າງອີຣານ ກັບກຸ່ມ P5+1 (ເຊິ່ງລວມມີ 5 ປະເທດປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດແມ່ນ ອັງກິດ, ອາເມລິກາ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເພື່ອແນໃສ່ເພີ່ມທະວີລັກສະນະກະຈາງແຈ້ງໃນບັນດາການເຄື່ອນໄຫວນິວເຄຼຍ ໃນປະຈຸບັນຂອງອີຣານ.