IAEA ຮຽກຮ້ອງໃຫ້ອີຣານ ອະທິບາຍກ່ຽວກັບສ່ວນປະກອບຂອງຢູລານຽມຢູ່ສະຖານທີ່ແຫ່ງໜຶ່ງຂອງປະເທດນີ້

(VOVWORLD) -ບັນດານັກສັງເກດການຂອງອົງການດັ່ງກ່າວ ໄດ້ພົບເຫັນສ່ວນປະກອບຂອງ ຢູລານຽມ ທຳມະຊາດຢູ່ສະຖານທີ່ແຫ່ງໜຶ່ງຂອງອີຣານ

ວັນທີ 21 ພະຈິກ, ອົງການພະລັງງານປະລະມານູສາກົນ (IAEA) ໄດ້ຮຽກຮ້ອງໃຫ້ອີຣານ ອະທິບາຍກ່ຽວກັບສ່ວນປະກອບຂອງຢູລານຽມ ຢູ່ສະຖານທີ່ແຫ່ງໜຶ່ງທີ່ຍັງບໍ່ທັນໄດ້ປະກາດ ໃນສະພາບທີ່ຂໍ້ຕົກລົງນິວເຄຼຍເຊິ່ງປະເທດນີ້ໄດ້ລົງນາມກັບກຸ່ມ P5+1 (ລວມມີ 5 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ເຢຍລະມັນ) ພວມຢືນຢູ່ຕໍ່ໜ້າໄພລົ້ມລະລາຍ. ຕາມບົດລາຍງານເຊິ່ງສຳນັກຂ່າວສານ AFP ໄດ້ຮັບໃນອາທິດກ່ອນ, IAEA ຖືວ່າ, ບັນດານັກສັງເກດການຂອງອົງການດັ່ງກ່າວ ໄດ້ພົບເຫັນສ່ວນປະກອບຂອງ ຢູລານຽມ ທຳມະຊາດຢູ່ສະຖານທີ່ແຫ່ງໜຶ່ງຂອງອີຣານ ເຊິ່ງມາຮອດປະຈຸບັນປະເທດນີ້ຍັງບໍ່ທັນໄດ້ລາຍງານຕໍ່ IAEA ເທື່ອ.

        ສ່ວນປະກອບຂອງ ຢູລານຽມ ໄດ້ເຂົ້າໃຈວ່າແມ່ນຜະລິດຕະພັນຂອງ ຢູລານຽມ ເຊິ່ງໄດ້ຂຸດຄົ້ນ ແລະ ຫາກໍ່ຜ່ານຂັ້ນຕອນການແກ້ໄຂໃນເບື້ອງຕົ້ນ, ຍັງບໍ່ທັນໄດ້ເສີມທາດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ