(vovworld) – ວັນທີ 31/07, ກອງທຶນເງິນຕາສາກົນ (IMF) ໄດ້ເຫັນດີໃຫ້ຢູແກຼນ ກູ້ຢືມ 1,7 ຕື້ USD, ເພື່ອແນໃສ່ຟື້ນຟູພື້ນຖານເສດຖະກິດ ພວມອຶດອາດຊັກຊ້າ ຍ້ອນວິກິດການດ້ານການເມືອງ ແລະ ສັງຄົມໃນກວ່າ 2 ປີຜ່ານມາ. ບ້ວງເງິນສິນເຊື່ອນີ້ ແມ່ນສ່ວນໜຶ່ງໃນໂຄງການໜູນຊ່ວຍດ້ານການເງິນທີ່ມີມູນຄ່າ 17,5 ຕື້ USD ຂອງ IMF ທີ່ສະຫງວນໃຫ້ຢູແກຼນ. ໃນຖະແຫຼງການທີ່ຍົກອອກມາໃນວັນດຽວກັນ, ກະຊວງການເງິນຢູແກຼນ ໃຫ້ຮູ້ວ່າ, ບ້ວງເງິນກູ້ຢືມໃໝ່ ຈະໄດ້ນຳໃຊ້ເພື່ອເພີ່ມເຕີ່ມບັນດາແຫຼ່ງເງິນສະສົມຂອງທະນາຄານແຫ່ງລັດຂອງປະເທດນີ້, ຊ່ວຍຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ຮັບປະກັບສະຫງົບໝັ້ນທ່ຽງຂອງຕະຫຼາດການເງິນພາຍໃນປະເທດ ແລະ ສາກົນ.