(vovworld) - ກອງທຶນເງິນຕາສາກົນ (IMF) ແຈ້ງວ່າ, ເກຼັກ ໄດ້ຫຼຸດພົ້ນອອກຈາກໄພບໍ່ສາມາດຊຳລະໜີ້ສິນໄດ້ ພາຍຫຼັງຊຳລະໜີ້ສິນໃຫ້ອົງການນີ້ ທີ່ມີມູນຄ່າ 2 ຕື້ເອີໂລ ເຊິ່ງ ອາແທນ ບໍ່ສາມາດຊຳລະໜີ້ສິນກ່ອນນັ້ນ. ໃນຖະແຫຼງການວັນທີ 20/07, ໂຄສົກຂອງ IMF, Gerry Rice ຢັ້ງຢືນວ່າ, ເກຼັກ ໄດ້ຊຳລະໜີ້ສິນທັງໝົດ. ເຈົ້າໜ້າຄົນທີ່ນີ້ກໍ່ຢືນຢັນວ່າ, IMF ພ້ອມແລ້ວທີ່ຈະຊ່ວຍເກຼັກ ຟື້ນຟູທ່າເຕີບໂຕ ແລະ ຄວາມໝັ້ນຄົງດ້ານການເງິນຄືນໃໝ່.