IOC ບໍ່​ທັນ​ຕົກ​ລົງ​ໂຈະ Olympic Tokyo 2020

(VOVWORLD) - ວັນທີ 21 ມີນາ, ທ່ານ Thomas Bach ປະທານຄະນະກຳມະການ Olympic ສາກົນ (IOC) ໄດ້ປະຕິເສດການຍົກອອກຂໍ້ຕົກລົງກ່ຽວກັບການໂຈະງານມະຫາກຳກິລາ Olympic Tokyo 2020 ຕໍ່ໜ້າບັນດາຄຳຮຽກຮ້ອງຂອງບັນດານັກກິລາ ແລະ ເຈົ້າໜ້າທີ່ໃນທົ່ວໂລກ

  ທ່ານ Thomas Bach ຖືວ່າ ຈະບໍ່ມີຄວາມງ່າຍດາຍເພື່ອປະຕິບັດຂໍ້ຕົກລົງໃຫ່ຍຄືແນວນັ້ນ ແລະ ຢືນຢັນວ່າ ຈຸດສຸມຂອງ IOC ແມ່ນພຽງແຕ່ ຈັດຕັ້ງງານມະຫາກຳກິລາໃຫ້ມີ ຄວາມປອດໄພຕາມແຜນການ.

   ຄາດວ່າ ງານມະຫາກຳກິລາ Olympic Tokyo 2020 ຈະຈັດຂຶ້ນແຕ່ວັນທີ 24 ກໍລະກົດຫາວັນທີ 9 ສິງຫາ, ຫຼັງຈາກນັ້ນແມ່ນງານມະຫາກຳກິລາ Paralympic ເຊິ່ງຈະແຕ່ວັນທີ 25 ສິງຫາ ຫາວັນທີ 6 ກັນຍາ

ຕອບກັບ

ຂ່າວ/ບົດ​ອື່ນ