(vovworld) - ຄະນະກຳມະການ Paralympic ສາກົນ (IPC) ຫາກໍ່ອອກຄຳສັ່ງຫ້າມນັກກິລາຂອງລັດເຊຍ ທຸກຄົນ ເຂົ້າຮ່ວມງານມະຫາກຳກິລາທີ່ສະຫງວນໃຫ້ຄົນພິການ (Paralympic) ຢູ່ນະຄອນ Rio de Janeiro ຂອງ ບຣາຊີນ ໃນເດືອນ 09 ຈະມາເຖິງ. ທ່ານປະທານ IPC, Philip Craven ໃຫ້ຮູ້ສາຍເຫດຂອງຄຳສັ່ງເກືອດຫ້າມດັ່ງກ່າວແມ່ນຍ້ອນບັນຫານຳໃຊ້ສານກະຕຸ້ນ. ພາຍຫຼັງຄຳສັ່ງເກືອດຫ້າມດັ່ງກ່າວໄດ້ຍົກອອກມາ, ທ່ານລັດຖະມົນຕີກະຊວງກິລາລັດເຊຍ Vitaly Mutko ຢືນຢັນວ່າ, ນີ້ແມ່ນຂໍ້ຕົກລົງບໍ່ເຄີຍມີມາກ່ອນ ແລະ ລັດເຊຍ ຖະແຫຼງວ່າຈະຟ້ອງຮ້ອງຕໍ່ຂໍ້ຕົກລົງຂອງ IPC.